ຄືບໜ້າໄປຫຼາຍກວ່າ 50% ໂຄງການຕະຫຼາດວັດທະນະທຳນາໆຊາດ ຫຼື ຕະຫຼາດນ້ຳ

ໂຄງການຕະຫຼາດວັດທະນະທຳນາໆຊາດເປັນໜຶ່ງໃນໂຄງການທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການພັດທະນາຕົວເມືອງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍຄື ສປປ ລາວເຮົາ ເພາະໂຄງການນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ອີກແຫ່ງ ນອກເໜືອຈາກທີ່ເຄີຍເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າມາສຳພັດແລ້ວ. ໂຄງການດັ່ງກ່າວໃຊ້ງົບປະມານໃນການລົງທຶນ 100 ກວ່າລ້ານໂດລາສະຫະລັດ ໃນເນື້ອທີ່ 7 ເຮັກຕາ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ2021 ເປັນຕົ້ນມາ ແລະ ຄາດວ່າຈະສຳເລັດພາຍໃນທ້າຍປີ 2022ນີ້ ພາຍໃນຈະມີໂຮງແຮມ, ຕະຫຼາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ອື່ນໆ ໃນຮູບແບບອະນຸລັກປະເພນີ ປະສົມປະສານກັບຄວາມທັນສະໄໝ…