
ວິທະຍາຄານພະລາທິການກອງທັບ ໄຂສົກຮຽນໃໝ່ 2022-2023
ວິທະຍາຄານພະລາທິການ ກອງທັບ ໄດ້ຈັດພິທີໄຂສົກຮຽນໃໝ່ 2022-2023 ຂື້ນໃນວັນທີ 29 ກັນຍາ 2022 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຫາວິທະຍາໄລແຫ່ງຊາດ, ບັນດາວິທະຍາຄານກອງທັບ, ວິທະຍາຄານປ້ອງກັນຄວາມສະຫງົບ, ໂຮງຮຽນ, ຄະ ນະພັກ-ຄະນະອຳນວຍການ ພ້ອມດ້ວຍພະນັກງານຄູ-ອາຈານ, ນັກສຶກສາ…