ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ..
ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງເກັບກຳຂໍ້ມູນ ຈິ່ງຮູ້ວ່າບໍ່ແມ່ນຖືກໂຈນປຸ້ນເອົາຊັບສິນແຕ່ຢ່າງໃດ, ຜູ້ກ່ຽວໄປສັງສັນກັບຫມູ່ຈົນເມົາແລ້ວຊັບສິນເສຍຫາຍເວລາໃດກໍບໍ່ຮູ້ ແລະ ບໍ່ຮູ້ຈະເຮັດແນວໃດກໍເລີຍຕົວະຄອບຄົວ ວ່າຖືກໂຈນປຸ້ນເພາະຢ້ານຄອບຄົວຮ້າຍ.
ຜູ້ກ່ຽວໃຫ້ການວ່າ: ໄດ້ຂັບຂີ່ລົດກະບະມາດສະດ້າ ສີຂາວ ໝາຍເລກທະບຽນ ກນ 2068 ນະຄອນຫຼວງວຽງຈັນ ອອກໄປດື່ມເບຍກັບຫມູ່ຢູ່ເຂດບ້ານດອນໜູນ, ຮອດເວລາປະມານ 22:30 ໂມງ ຜູ້ກ່ຽວຊອກເງິນ ຈຳນວນ 2 ລ້ານກີບ ແລະ 1.1000 ບາດ ໃສ່ຖົງໂສ້ງບໍ່ເຫັນ ຖາມຫມູ່ທີ່ໄປນຳກັນກໍບໍ່ມີໃຜເຫັນ. ຈາກນັ້ນ ຜູ້ກ່ຽວກໍໄປສົ່ງຫມູ່ທີ່ໄປນຳກັນຢູ່ເຮືອນຂອງຫມູ່.
ຮອດເວລາ 23:00 ໂມງ ຈິ່ງຂັບລົດກັບບ້ານ ແຕ່ພໍຂັບຂີ່ຮອດທາງໂຄ້ງບ້ານນາຍາງ ເມືອງນາຊາຍທອງ ໄດ້ມີລົດຈັກຂີ່ສວນທາງມາເປີດໄຟຕາສູງໃສ່ເຮັດໃຫ້ຜູ້ກ່ຽວເຫຼື້ອມຕາ ລົດຈິ່ງເສຍຫຼັກຕົກລົງຂ້າງທາງ. ຈິ່ງລົງຈາກລົດກວດເບິ່ງເຫັນວ່າເປເພສົມຄວນ, ບໍ່ຮູ້ຈະເຮັດແນວໃດ ຢ້ານເມຍຮ້າຍ ຈິ່ງໄປນັ່ງຢູ່ໃນລົດ ແລ້ວໂທຫາເມຍ ຈາກນັ້ນ ໂທລະສັບກໍແບັດຫມົດ ຈິ່ງນອນຫຼັບບໍ່ຮູ້ສຶກຕົວ ຮູ້ສຶກອີກຄັ້ງແມ່ນຢູ່ໂຮງຫມໍ 150 ຕຽງ ຈົນຮອດ 4 ໂມງເຊົ້າຂອງວັນທີ 7 ຕຸລາ ຈິ່ງໄດ້ອອກໂຮງຫມໍກັບບ້ານ.
ໃນຂະນະທີ່ກຳລັງກັບບ້ານນັ້ນ ຜູ້ກ່ຽວກໍໄດ້ເລົ່າສູ່ເມຍຟັງວ່າ ຖືກໂຈນສອງຄົນ ລັດຕີລົດ ແລະ ເອົາໄມ້ຄ້ອນຕີໃສ່ການຄໍຈົນສະຫຼົບ ແລະ ໂຈນກໍໄດ້ເອົາຊັບສິນໄປຫມົດ. ພໍຮອດເຮືອນ ກໍມີຫມູ່ຄູ່ພີ່ນ້ອງໄປຢາມ ກໍໄດ້ເລົ່າສູ່ຄົນທີ່ໄປຢາມວ່າ ຖືກໂຈນປຸ້ນເອົາຊັບສິນໄປຫມົດ.