ໃນວັນທີ 5 /10/2022 ເປັນມື້ທີສອງ ທີ່ກູ້ໄພ ແລະ ພາກສ່ວນກ່ຽວຂ້ອງ ເລັ່ງຄົ້ນຫາເດັກນ້ອຍອາຍຸ 7 ປີ 2 ຄົນ ຈົມນໍ້າງື່ມ ທີ່ບ້ານດອນກວດ ເມືອງວຽງຄຳ ແຂວງວຽງຈັນ. ຈຸດຄົ້ນຫາ ແມ່ນມີຄວາມຫຍຸ້ງຍາກ ຍ້ອນລະດັບນໍ້າມີຄວາມເລິກ, ໄຫລໄວ ແລະ ແຮງ.
ເຫດການເດັກນ້ອຍຈົມນໍ້າ ແມ່ນເກີດຂຶ້ນໃນວັນທີ 4 /10/2022 ເວລາປະມານ 13:00 ໂມງ, ພາຍຫລັງເລິກໂຮງຮຽນຕອນທ່ຽງ ເດັກ 2 ຄົນພາກັນໄປຫລິ້ນນໍ້າ ຈາກນັ້ນ ກໍບໍ່ເຫັນກັບຂຶ້ນມາເຮືອນ; ຢ່າງໃດກໍດີ ຂໍເອົາໃຈຊ່ວຍໃຫ້ກູ້ໄພ ແລະ ພາກສ່ວນກ່ຽວຂ້ອງຄົ້ນຫາໃຫ້ພົບໂດຍໄວ.