ວິທະຍາຄານ​ພະລາທິການ​ກອງທັບ ໄຂ​ສົກຮຽນ​ໃໝ່ 2022-2023

ວິທະຍາຄານ​ພະລາທິການ​ ກອງທັບ ໄດ້​ຈັດ​ພິທີ​ໄຂ​ສົກຮຽນ​ໃໝ່ 2022-2023 ຂື້ນ​ໃນ​ວັນ​ທີ 29 ກັນຍາ 2022 ນີ້, ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຕາງໜ້າ 4 ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ມະຫາວິທະຍາໄລ​ແຫ່ງ​ຊາດ, ບັນດາ​ວິທະຍາຄານ​ກອງທັບ, ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ, ໂຮງຮຽນ, ຄະ ນະ​ພັກ-ຄະນະ​ອຳນວຍ​ການ ພ້ອມ​ດ້ວຍ​ພະນັກງານ​ຄູ-ອາຈານ, ນັກ​ສຶກ​ສາ ແລະ ອຳນາດ​ການ​ປົກ ຄອງ​ບ້ານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

 

ສະຫາຍ ພັນ​ເອກ ສອນ​ທັນ ສຸ​ວົງ​ໄຊ ຮອງ​ອຳນວຍ​ການ ຫົວ ໜ້າ​ຫ້ອງ​ອົບຮົມ​ວິທະຍາຄານ​ພະລາທິການ​ກອງທັບ ໄດ້​ລາຍ​ງານ​ຕໍ່​ພິທີ​ເປິດ​ຊຸດ​ອົບຮົມ​ກໍ່ສ້າງ​ນາຍ​ທະຫານ​ພະລາທິການ​ກອງ ທັບ ປະຈຳ​ສົກຮຽນ 2022-2023 ມີ​ນັກຮຽນ, ນັກ​ສຶກ​ສາ​ທັງ​ໝົດ 560 ສະຫາຍ, ໃນ​ນີ້ ມີ​ນັກຮຽນ-ນັກ​ສຶກ​ສາ​ເກົ່າ​ທີ່​ເລື່ອນ​ປີຮຽນ 277 ສະຫາຍ, ນັກ​​​ຮຽນ-ນັກ​ສຶກ​ສາ​ເຂົ້າ​ໃໝ່ 283 ສະຫາຍ, ປະກອບ​ມີ 5 ລະບົບ​ຄື: ກໍ່ສ້າງ​ປະລິນຍາ​ໂທ ລະບົບ 2 ປີ, ກໍ່ສ້າງ​ປະລິນຍາ​ຕີ​ຂັ້ນ​ກອງພັນ, ກອງ​ພົນ ລະບົບ 2 ປີ, ກໍ່ສ້າງ​ປະລິນຍາ​ຕີ​ ຂັ້ນ​ກອງພັນ​ນ້ອຍ ລະບົບ 4 ປີ, ກໍ່ສ້າງ​ຊັ້ນ​ກາງ ລະບົບ 2 ປີ ແລະ ກໍ່ສ້າງ​ເລັ່ງ​ລັດ ລະບົບ 1 ປີ ເຊິ່ງ​ລວມ​ມີ 8 ສາຂາ ແລະ 23 ຫ້ອງ​ຮຽນ, ນັກຮຽນ​ນັກ​ສຶກ​ສາ​ເຫຼົ່າ​ນີ້​ ແມ່ນ​ມາ​ຈາກ​ກຳລັງ​ຫຼວງ, ກຳລັງ​ທ້ອງ​ຖີ່ນ ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈຳນວນ​ໜຶ່ງ.

 

ກ່ຽວ​ກັບ​ການ​ຮຽນ-ການ​ສອນ​ບັນດາ​ຄູ-ອາຈານ ແມ່ນ​ຈະ​ໄດ້​ສົ່ງເສີມ​ການ​ຄົ້ນຄວ້າ​ຮ່ຳຮຽນ​ທາງ​ດ້ານ​ທິດ​ສະ​ດີ-ຫຼັກການ​ໃຫ້​ແທດເໝາະ​ກັບ​ຕົວ​ຈິງ, ສົມທົບ​ກັບ​ການ​ຄົ້ນຄວ້າໄຈ້​ແຍກ​ບັນດາ​ ການ​ຂະຫຍາຍຕົວ​ຂອງ​ສະຖາ ນະ​ການ​ຢູ່​ພາຍ​ໃນ ແລະ ຕ່າງປະ ເທດ, ການ​ສຶກ​ສາ​ອົບຮົມ​ແມ່ນ​ຖື​ເອົາ​ນັກຮຽນ-ນັກ​ສຶກ​ສາ​ເປັນ​ໃຈ​ກາງ ໃຫ້​ເຂົາເຈົ້າ​ໄດ້​ຄົ້ນຄວ້າ​ດ້ວຍ​ຕົນ​ເອງ​ມີ​ເວລາ​ຄົ້ນຄວ້າ​ແລກປ່ຽນ​ບົດຮຽນ​ດ້ວຍ​ຫຼາຍ ​ຮູບ​ແບບ​ຫຼາຍ​ວິທີ​ການ, ສ່ວນ​ການ​ຂຶ້ນ​ຫ້ອງ​ສິດສອນ​ຂອງ​ຄູ-ອາຈານ​ແມ່ນ​ຕ້ອງ​ຮູ້​ໄຈ​້ແຍກ​ການ​ອະທິບາຍ​ເນື້ອ​ໃນ ແລະ ລົງ​ທັດ ສະນະ​ສຶກ​ສາ​ຕົວ​ຈິງ​ຢູ່​ບັນດາ​ຫົວ ໜ່ວຍ​ກົມ​ກອງ​ໃຫ້​ແທດເໝາະ​ກັບ​ສະພາບ​ແວດ​ລ້ອມ​ຕົວ​ຈິງ, ມີ​ຫົວ ຄິດ​ປະດິດ​ສ້າງ​ໃນ​ການ​ສິດສອນ​ ເພີ່ມ​ອັດຕາ​ສ່ວນ​ໃນ​ການເຄື່ອນ ໄຫວ​ຄົ້ນຄວ້າ​ສົນທະນາ​ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ລະຫວ່າງ​ນັກຮຽນ-ນັກ​ສຶກ​ສາ​ກັບ​ຄູ-ອາຈານ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ແນໃສ່​ສ້າງ​ແຜນ ການ​ຮຽນ-ການ​ສອນ​ໃຫ້​ມີ​ຄຸນ ນະພາບ​ສູງ, ປະຕິບັດ​ແຜນການ​ຮຽນ-ການ​ສອນ​ຕິດ​ພັນ​ກັບ​ຂໍ້​ມູນ​ຂ່າວສານ​ພາຍ​ນອກ, ນຳ​ໃຊ້​ອຸປະກອນ​ເຄື່ອງມື​ໃນ​ການ​ສິດສອນ​ທີ່​ມີ​ຢູ່​ໃນ​ວິທະຍາຄານ​ພະລາທິ ການ​ກອງທັບ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ.

 

ໂດຍ: ເພັດ​ ສົມ​ນໍ​ວັນ

Related Posts

ລັດຖະມົນຕີກະຊວງການເງິນ ພົບປະກັບເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ

ໃນວັນທີ 08 ກັນຍາ 2022 ທີ່ກະຊວງການເງິນ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ພົບປະກັບ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ເຈິນ ແທັງ ຫາຍ (…

ວຽກງານພົວພັນຕ່າງປະເທດ ແມ່ນເສນາທິການສຳຄັນໃນການພົວພັນສອງກອງທັບລາວ-ຫວຽດນາມ

ໃນບັນຍາກາດທີ່ທົ່ວພັກ ທົ່ວລັດ ທົ່ວປວງຊົນສອງຊາດ ແລະ ທົ່ວກໍາລັງປະກອບອາວຸດລາວ – ຫວຽດນາມ ພວມຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ ( 2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ…

Leave a Reply

Your email address will not be published. Required fields are marked *