ເມືອງຈັນທະບູລີ ມີຄວາມພ້ອມທຸກດ້ານ ຈັດງານບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະຈໍາປີ 2022 ພ້ອມອອກ
ບັນດາຂໍ້ຫ້າມຕ່າງໆໃນການເຂົ້າຮ່ວມງານບຸນ ດັ່ງຕໍ່ໄປນີ້:
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງສປປລາວ.
2. ຫ້າມຂາຍຫຼືນໍາເອົາອາວຸດທຸກປະເພດລວມທັງ: ພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍແລະປະເພດມີຄົມຕ່າງໆເຂົ້າໄປໃນງານໂດຍເດັດຂາດເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອານຸຍາດ.
3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດແລະວາງຂາຍພາຍໃນງານຢ່າງເດັດຂາດ.
4. ຫ້າມນຳເອົາພະລິດຕະພັນທີ່ລອກແບບສິ້ນລາວຫຼື ເຄື່ອງນຸ່ງລາວນຳເອົາມາຂາຍ-ຈຳໜ່າຍ ພາຍໃນງານ ຢ່າງເດັດຂາດ.
5. ຫ້າມວາງ, ຂາຍເຄື່ອງແລະນຳເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານ ເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
6. ຫ້າມຂາຍ ແລະນຳເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ ( CD , DVD ) ລາມົກແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
7. ຫ້າມຫຼີ້ນການພະນັນທຸກປະເພດ ແລະອາລະວາດຕີກັນ ຢ່າງເດັດຂາດ.
8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດຈາກຄະນະກໍາມະການຈັດງານຕະຫຼາດນັດ, ງານບຸນອອກພັນສາປະວໍລະນາ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ.
9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນຫຼືນໍາຕົວໄປພັກຜ່ອນໄວ້ກ່ອນ.
10. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານຕະຫຼາດນັດ.
11. ຫ້າມຕອກເຫຼັກຫຼືສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ.
12. ຫ້າມແຈກຢາຍແຜ່ນພັບຫຼືແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆຢູ່ພາຍໃນງານບຸນ.
13. ຫ້າມຜູ້ສຳປະທານສະຖານທີ່ງານບຸນມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ.
14. ຫ້າມມີການໂຄສະນາສິນຄ້າໂດຍການເຕັ້ນໂຊນາງສາວແລະບໍ່ໃຫ້ມີມິນິຄອນເສີດ.
ທີ່ມາ: Lao National Radio