ເຈົ້າໜ້າທີ່ຖະແຫຼງ ການດຳເນີນຄະດີ ນາງ ພອນທິບ ພ້ອມພັກພວກ ສໍ້ໂກງເງິນຫຼາຍພັນຕື້ກີບ.

ວັນທີ 19 ກັນຍາ 2022, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຄວາມຄືບໜ້າ ຄະດີ ນາງ ພອນທິບ ພ້ອມພັກພວກ ລວມທັງໝົດ 7 ຄົນ ທີ່ມີການເຄື່ອນໄຫວສໍ້ໂກງເງິນ ປະຊາຊົນໃນຂອບທົ່ວປະເທດ ມີຜູ້ເສຍຫາຍຫຼາຍກວ່າ 1.600 ຄົນ ແລະ ມີຜົນເສຍຫາຍເປັນເງິນຫຼາຍພັນຕື້ກີບ.

ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະກິດ ຖະແຫຼງວ່າ: ຜ່ານການ ສອບສວນ ນາງ ພອນທິບ ອາຍຸ 30 ປີ ແລະ ທ້າວ ອານຸສິດ ອາຍຸ 34 ປີ (ຜົວ-ເມຍ) ທັງສອງຢູ່ບ້ານຫົວຂົວ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຮັບສາລະພາບວ່າ:

ໄດ້ມີການໂຄສະນາ ແລະ ເຄື່ອນໄຫວສໍ້ໂກງຊັບແທ້; ປັດຈຸບັນມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ທັງໝົດ 1.680 ຄົນ, ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ຕື້ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ; ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ ອາຍັດຊັບສິນທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈໍານວນຫຼາຍລາຍການ;

ນອກຈາກນີ້, ເຈົ້າໜ້າທີ່ຍັງສາມາດຈັບພັກພວກຮ່ວມຂະບວນການດຽວກັນມາດໍາເນີນຄະດີໄດ້ເພີ່ມອີກ 5 ຄົນຄື: ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫວຍຫົງ ເມືອງຈັນທະບູລີ, ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ທ້າວ ສົມພິດ ອາຍຸ 26 ປີ ແລະ ນາງ ໄຂ່ມຸກ ທັງສອງພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ, ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ຫົວໜ້າກົມຕໍາຫຼວດເສດຖະກິດ ກ່າວຕື່ມວ່າ: ຄະດີດັ່ງກ່າວນີ້, ໃນເບື້ອງຕົ້ນ ກົມຕໍາຫຼວດເສດຖະກິດ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຈໍານວນໜຶ່ງ ວ່າ ນາງ ພອນທິບ ໄດ້ສໍ້ໂກງຊັບຂອງພວກກ່ຽວ ແລ້ວເອົາຕົວລົບໜີອອກຈາກລາວໄປປະເທດໄທໃນວັນທີ 29 ມິຖຸນາ 2022;

ຈາກນັ້ນ, ກົມຕໍາຫຼວດເສດຖະກິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດໄທ ຊ່ວຍຕິດຕາມ ແລະ ຈັບຕົວຜູ້ກ່ຽວ; ຈົນມາຮອດວັນທີ 29 ກໍລະກົດ ຈຶ່ງສາມາດຈັບຕົວ ນາງ ພອນທິບ ແລະ ທ້າວ ອານຸສິດ (ຜົວ) ໄດ້ ແລະ ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດລາວ ໃນວັນທີ 31 ກໍລະກົດມາດໍາເນີນຄະດີ.

ໃນໄລຍະປີ 2021 ນາງ ພອນທິບ ໄດ້ມີການໂຄສະນາຜ່ານສື່ອອນລາຍ (ເຟດບຸກ ຊື່ວ່າ ເຈ້ທິບ ພຸດທະວົງ ດ້ວຍຮູບການແອບອ້າງເປັນແມ່ຫວຍ ດ້ວຍການລະດົມເງິນມາລົງທຶນນໍາຜູ້ກ່ຽວໂດຍໃຫ້ດອກສູງກວ່າທະນາຄານ 30% ຕໍ່ເດືອນ ແລະ ຝາກເບື້ອງຕົ້ນຂັ້ນຕໍ່າ 30 ລ້ານກີບຂຶ້ນໄປ, ຖ້າບຸກຄົນໄດສົນໃຈແມ່ນໃຫ້ໂອນເຂົ້າບັນຊີຂອງ ນາງ ພອນທິບ ມີທັງໝົດ 3 ບັນຊີເງິນຄື: ເງິນກີບ, ເງິນບາດ ແລະ ເງິນໂດລາ ໂດຍອອກຊື່ ລາຢາ ຂາຍເພັດພອຍວັດຖຸມີຄ່າ;

ຫຼັງຈາກນັ້ນມີຄົນຈໍານວນຫຼາຍທີ່ເຂົ້າຫວຍ ແລະ ໂອນເງິນເຂົ້າບັນຊີ, ພາຍຫຼັງມີຄົນມາເຂົ້າຫວຍໃນເບື້ອງຕົ້ນນາງ ພອນທິບ ໄດ້ໂອນເງິນດອກໃຫ້ແກ່ລູກຫວຍໂດຍເອົາເງິນຕົ້ນທຶນທີ່ຜູ້ຄົນນໍາມາເຂົ້າຫວຍໂອນໃຫ້; ຕໍ່ມາບໍ່ມີຄົນມາເຂົ້າຫວຍ ຈິງບໍ່ສາມາດຈ່າຍດອກໃຫ້ລູກຫວຍໄດ້; ມາຮອດຊ່ວງເດືອນ ພຶດສະພາ ລູກຫວຍ ຈໍານວນໜຶ່ງໄດ້ໄປຂໍຖອນເງິນທຶນຄືນ ແຕ່ຜູ້ກ່ຽວບໍ່ສາມາດຈ່າຍເງິນໃຫ້ແກ່ລູກຫວຍ ພ້ອມທັງເອົາຕົວລົບໜີອກຈາກປະເທດ.


ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *