ຂ່າວອອນລາຍຈັງຫວັດໜອງຄາຍໂພສວັນທີ 28 ມິຖຸນາ 2022 ນີ້ວ່າ: ເວລາປະມານ 14 ໂມງຂອງວັນທີ 27 ມິຖຸນາ ມີລົດກະບະປ້າຍທະບຽນ 5511 (ບໍ່ຮູ້ອັກສອນໜ້າ) ເຂົ້າໄປໃສ່ນໍ້າມັນປໍ້າແຫ່ງໜຶ່ງທີ່ເທສະບານເມືອງໜອງຄາຍ 1.000 ບາດ ເມື່ອໃສ່ສຳເລັດແລ້ວກໍຮີບເລັ່ງລົດໜີບໍ່ຈ່າຍເງິນ.
ໂດຍເດັກປໍ້າໃຫ້ສຳພາດຂ່າວໜອງຄາຍວ່າ ເປັນຜູ້ຊາຍທີ່ມາກັບຄອບຄົວ, ເວົ້າພາສາລາວ, ລົດປ້າຍທະບຽນລາວ.
ຈາກນັ້ນຈຶ່ງໄດ້ຂີ່ລົດອອກມາລໍຖ້າຢູ່ດ່ານຂົງມິດຕະພາບຈົນຮອດ 10 ໂມງກາງຄືນກໍບໍ່ເຫັນ.
ດັ່ງນັ້ນ ຈຶ່ງປະກາດຫາເຈົ້າຂອງລົດຄັນດັ່ງກ່າວໃຫ້ມາຈ່າຍຄ່ານໍ້າມັນດັ່ງກ່າວນັ້ນດ້ວຍ.
ແຫລ່ງທີ່ມາ: