ບໍລິສັດ ທ່າບົກ-ວັງເຕົ່າ ຈໍາກັດ ພ້ອມຮອບດ້ານໃຫ້ບໍລິການ

ບໍລິສັດ ທ່າບົກ-ວັງເຕົ່າ ຈໍາກັດ ມີຄວາມພ້ອມຮອບດ້ານໃຫ້ບໍລິການ, ພາຍຫຼັງທີ່ໄດ້ທົດລອງເປີດໃຫ້ບໍລິ ການມາໄດ້ເກືອບປີ ແລະ ມີລະບົບຄົບຊຸດເປັນສູນກາງໂລຈິສຕີກ,ພ້ອມໃຫ້ບໍລິການຄ່ຽນຖ່າຍສິນຄ້າເຂົ້າ-ອອກຜ່ານດ່ານຊາຍແດນວັງເຕົ່າ-ຊ່ອງເມກ ແລະ ຈະໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນໄວໆນີ້.

ທ່ານ ບຸນທະວີ ແກ່ນປະເສີດ ຮອງຜູ້ອໍານວຍການບໍລິສັດທ່າບົກ-ວັງເຕົ່າ ຈໍາກັດໄດ້ໃຫ້ສໍາພາດວ່າ: ເຂດ ທ່າບົກ-ວັງເຕົ່າແມ່ນ 1 ໃນ 9 ຈຸດຂອງທ່າບົກໃນທົ່ວປະເທດ,ຊຶ່ງໄດ້ຮັບການພັດທະນາພາຍໃຕ້ສົນທິສັນຍາລະຫວ່າງປະເທດວ່າດ້ວຍທ່າບົກຮ່ວມກັບຄະນະກໍາມະທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟີກ ຂອງອົງການສະຫະປະຊາຊາດ ແລະ ລັດຖະບານແຫ່ງ ສປປ ລາວ ໃຫ້ສັດຕະຍະບັນ, ຊຶ່ງແມ່ນທຸລະກິດການບໍລິການສຸດທີ່ສໍາຄັນທີ່ຕັ້ງຢູ່ເຂດພັດທະນາເສດຖະກິດວັງເຕົ່າ-ໂພນທອງ ແຂວງຈໍາປາສັກ,ໂດຍແມ່ນບໍລິສັດດວງດີກໍ່ສ້າງຂົວ-ທາງ ຈໍາກັດ, ເປັນຜູ້ລົງທຶນໃນມູນຄ່າທັງໝົດ 250 ລ້ານໂດລາສະຫະລັດ, ກວມເນື້ອທີ່ທັງໝົດ 253 ເຮັກຕາ ແລະ ໄດ້ວາງສີລາລຶກໂຄງການກໍ່ສ້າງເຂດພັດທະນາເສດຖະກິດດັ່ງກ່າວໃນທ້າຍປີ 2019 ຜ່ານມາ.

ການກໍ່ສ້າງໂຄງການທ່າບົກ-ວັງເຕົ່າແມ່ນ 1 ໃນ 8 ກິດຈະການສໍາຄັນຂອງໂຄງການກໍ່ສ້າງເຂດພັດທະນາເສດຖະກິດວັງເຕົ່າ-ໂພນທອງ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2020, ກວມເນື້ອທີ່ທັງໝົດ 50 ເຮັກຕາຂອງໂຄງການ, ປະຈຸບັນການກໍ່ສ້າງທ່າບົກ-ວັງເຕົ່າໄລຍະ I ທີ່ກວມເນື້ອທີ່ 25 ເຮັກຕາແມ່ນມີຜົນສໍາເລັດ 100% ແລະ ໄດ້ທົດລອງເປີດບໍລິການໃນຕົ້ນເດືອນກັນຍາ 2021 ເພື່ອກຽມຄວາມພ້ອມໃຫ້ແກ່ການເປີດບໍລິການຢ່າງເປັນທາງການ, ຂອບເຂດການບໍລິການແມ່ນປະກອບມີຄື: ຮັບ ແລະ ສົ່ງສິນຄ້າ, ເຕົ້າໂຮມ ແລະ ແຈກຢາຍສິນຄ້າ, ບໍລິການລະບົບສາງ, ຊິງຊັ່ງນໍ້າໜັກສິນຄ້າ (ຕູ້ສີນຄ້າເພື່ອໃຫ້ຮູ້ຊັດເຈນນໍ້າໜັກ ແລະ ບໍລິມາດຂອງສິນຄ້າ, ບໍລິການຍົກຍໍຄ່ຽນຖ່າຍສິນຄ້າ, ຕູ້ສິນຄ້າ ດ້ວຍເຄື່ອງຍົກຍໍທີ່ທັນສະໄໝ ມີປະສິດທິພາບ, ປະສິດທິຜົນ, ຄວາມວ່ອງໄວ ແລະ ຄວາມປອດໄພສູງ, ບໍລິການແຈ້ງພາສີແບບເອເລັກໂຕນິກ, ແຈ້ງກວດກາພຶດ ແລະ ສັດ, ກວດກາອາຫານ-ຢາ ແລະ ກວດກາພະຍາດຕິດຕໍ່ ພ້ອມທັງກວດກາຄຸນນະພາບນໍ້າມັນເຊື້ອໄຟ, ໂດຍລວມແລ້ວທ່າບົກ-ວັງເຕົ່າແມ່ນສູນກາງໂລຈິສຕີກສ໌ Logistics ທີ່ເປັນຈຸດກວດກາຂົນສົ່ງ ແລະ ຍົກຍໍຄ່ຽນຖ່າຍສິນຄ້າເຂົ້າ-ອອກ, ສິນຄ້າຜ່ານແດນ, ເປັນລະບົບ ຮັບ-ສົ່ງ, ເຕົ້າໂຮມແຈກຢາຍ, ຝາກສາງ ແລະ ຄ່ຽນຖ່າຍ ເຂົ້າ-ອອກ ຕູ້ສິນຄ້າ ແລະ ບໍລິການອື່ນໆ…ເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ປະກອບການ ນໍາເຂົ້າ-ສົ່ງອອກສິນຄ້າ ຜ່ານດ່ານຊາຍແດນສາກົນວັງເຕົ່າ.

ສຳລັບການບໍລິການດ້ານການນໍາເຂົ້າ-ສົ່ງອອກສິນຄ້າຜ່ານທ່າບົກ-ວັງເຕົ່າໃນປັດຈຸບັນແມ່ນເປັນການດໍາເນີນການນໍາເຂົ້າສິນຄ້າຈາກຕ່າງປະເທດ ແລະ ສົ່ງສິນຄ້າພາຍໃນໄປຕ່າງປະເທດ, ເຮັດໃຫ້ສະພາບຄວາມດຸ່ນດ່ຽງລະຫວ່າງການນໍາເຂົ້າ ແລະ ສົ່ງອອກດີຂຶ້ນເທື່ອລະກ້າວ, ສິນຄ້າຂາອອກຢູ່ແຂວງຈໍາປາສັກມີທ່າຂະຫຍາຍຕົວສູງຂຶ້ນໃນແຕ່ລະປີນັບແຕ່ເປີດການທົດລອງບໍລິການມາຈົນເຖິງປັດຈຸບັນບໍລິສັດ ທ່າບົກວັງເຕົ່າ ຈຳກັດໄດ້ມອບພັນທະອາກອນເຂົ້າງົບປະມານແຫ່ງລັດ, ຊຶ່ງໄດ້ມອບອາກອນມູນຄ່າເພີ່ມເປັນເງິນຈໍານວນ 3,6 ຕື້ກີບ, ມອບອາກອນເງິນເດືອນເປັນເງິນຈໍານວນ 187 ລ້ານກີບ. ນອກຈາກນີ້, ບໍລິສັດຍັງໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນໄດ້ຫຼາຍກວ່າ 200 ກວ່າຄົນ, ທັງໄດ້ສ້າງໃຫ້ການຂົນສົ່ງສິນຄ້າລະຫວ່າງປະເທດຜ່ານດ່ານສາກົນວັງເຕົ່າມີຄວາມເປັນລະບົບລະບຽບ, ຄວາມສະດວກ, ປອດໄພ, ວ່ອງໄວ ຮັບປະກັນໃຫ້ສິນຄ້າເຖິງປາຍທາງໄດ້ດີກວ່າເກົ່າ.

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *