ໃນວັນທີ 08 ກັນຍາ 2022 ທີ່ກະຊວງການເງິນ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ພົບປະກັບ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ເຈິນ ແທັງ ຫາຍ ( ທູດເສດຖະກິດ) ສສ ຫວຽດນາມ ປະຈຳ ສປປ ລາວ ເພື່ອພົບປະແລກປ່ຽນແຜນການຮ່ວມມື ສອງຊາດລາວ-ຫວຽດນາມ.
ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ລາວ, ແຈ້ງສະພາບການພັດທະນາ ເສດຖະກິດ-ງົບປະມານ, ທັງໃຫ້ເຫັນໄດ້ສາຍພົວພັນການຮ່ວມມື ລາວ-ຫວຽດນາມ ເປັນຕົ້ນເມື່ອບໍ່ດົນມານີ້ ຄະນະລັດຖະມົນຕີກະຊວງການເງິນ ສປປ ລາວ ກໍ່ໄດ້ເດີນທາງໄປເຂົ້າຢ້ຽມຂ່ຳນັບ ທ່ານ ເລ ມິງ ຄາຍ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຜູ້ຊີ້ນຳວຽກເສດຖະກິດ ເພື່ອຂໍທິດຊີ້ນຳ, ແລກປ່ຽນທັດສະນະ ແລະ ລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາຫຍຸ້ງຍາກດ້ານ ການເງິນ-ງົບປະມານ, ການປະຕິບັດວາລະແຫ່ງຊາດ ແລະ ມາດຕະການກະຕຸ້ນເສດຖະກິດ ແລະ ອື່ນໆ.ດ້ານວຽກງານວິຊາສະເພາະ ກໍ່ໄດ້ຮ່ວມເຮັດວຽກກັບ 08 ກົມວິຊາສະເພາະ, ຖອດຖອນບົດຮຽນການປະຕິບັດຕົວຈິງ ແລະ ມີຂໍສະເໜີທີ່ຈະເປັນແຜນປະຕິບັດໃນຕໍ່ໜ້າ: ວຽກງານຂອງຂະແໜງຊັບສິນແຫ່ງລັດ ການຄຸ້ມຄອງວິສາຫະກິດ, ການຄຸ້ມຄອງ ການເກັບອາກອນ, ການເກັບລາຍຮັບພາສີ-ອາກອນ, ການຄຸ້ມຄອງບໍລິສັດທີ່ໄດ້ມາດຕະຖານ(AEO), ການຄຸ້ມຄອງໜີ້ສິນສາທາລະນະ, ວິທີການປັບໂຄງສ້າງໜີ້, ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ວຽກງານບໍລິການຄັງເງິນ, ການຫັນເປັນທັນສະໄໝ ໃນການຄຸ້ມຄອງຂໍ້ມູນຂ່າວສານ, ສະຕິຖິການເງິນ ແລະ ການພັດທະນາລະບົບທັນສະໄໝລວມສູນ ທົ່ວຂະແຫຼງການເງິນ; ພ້ອມທັງແລກປ່ຽນບົດຮຽນການປະຕິບັດຕົວຈິງຢູ່ຂັ້ນທ້ອງຖິ່ນ, ການແບ່ງຂັ້ນຄຸ້ມຄອງປະຕິບັດ ລາຍຮັບ-ລາຍຈ່າຍ, ການເກັບອາກອນພາຍໃນ, ການເກັບພາສີທີ່ດິນ, ຊັບສິນຂອງລັດ, ການແຈ້ງພາສີ-ອາກອນ ສົ່ງອອກ-ນຳເຂົ້າ ຂອງດ່ານທ່າເຮືອ ຮາຍຟອງ, ການບໍລິການລະບົບສາງສິນຄ້າ, ການໃຫ້ບູລິມະສິດບໍລິສັດທີ່ໄດ້ຮັບມາດຕະຖານ ແລະ ການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການບໍລິການຂອງດ່ານພາສີ.
ພ້ອມນັ້ນ ທ່ານຍັງໄດ້ແຈ້ງ ໃຫ້ຊາບສໍາລັບທິດທາງແຜນການຮ່ວມມື ໃນຕໍ່ໜ້າ ກະຊວງການເງິນ ພວມຈັດຕັ້ງປະຕິບັດບັນດາວຽກງານບູລິມະສິດ ເຊັ່ນການປັບປຸງການຄຸ້ມຄອງການເງິນພາກລັດ ເພື່ອຊຸກຍູ້ການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ, ການສ້າງຄວາມເຂັ້ມແຂງວຽກງານການບໍລິຫານໜີ້ສິນສາທາລະນະ, ການປະຕິຮູບນະໂຍບາຍຄຸ້ມຄອງການເກັບລາຍຮັບພາສີ-ອາກອນ ດ້ວຍລະບົບທັນສະໄໝ ແລະ ການຮັດກຸມດ້ານລາຍຈ່າຍງົບປະມານ ແລະ ກະຊວງການເງິນ ລາວໄດ້ເຊື້ອເຊີນ ກະຊວງການເງິນ ສສ ຫວຽດມາເຮັດວຽກວຽກຄືດັ່ງນີ້: ໄດ້ເຊື້ອເຊີນລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນທ້າຍປີ 2022, ສືບຕໍ່ຕາມແຜນການຮ່ວມມືສອງຝ່າຍເພື່ອແລກປ່ຽນການປະຕິບັດວຽກງານໃນຂົງເຂດການເງິນ ໃຫ້ພະນັກງານໄປຖອດຖອນບົດຮຽນ, ຝຶກອົບຮົມວິຊາສະເພາະຢູ່ ສສ ຫວຽດນາມ, ເພື່ອເປັນແນວທາງໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ໄດ້ເຊີນຊ່ຽວຊານ ຂອງກະຊວງການເງິນ ສສ ຫວຽດນາມ ຊ່ວຍໃນການແລກປ່ຽນບົດຮຽນ, ແບ່ງຂັ້ນຄ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເພື່ອມາສ້າງແຜນຍຸດທະສາດ ໃນການແກ້ໄຂບັນຫາໜີ້ສິນສາທາລະນະ ໄລຍະສັ້ນ, ກາງ, ຍາວ ເພື່ອຊ່ວຍແນະນຳໃນການປັບໂຄງສ້າງໜີ້ສິນສາທາລະນະ ຂອງ ສປປ ລາວໃຫ້ຢູ່ໃນສະພາບປົກກະຕິ. ເຊີນຊ່ຽວຊານ ຫວຽດນາມມາຊ່ວຍໃນດ້ານວຽກງານປັບປຸງບັນດາລັດວິສາຫະກິດທີ່ຫຼຸບທຶນ, ໂດຍສະເພາະແມ່ນລັດວິສາຫະກິດທີ່ເປັນລັກສະນະຍຸດທະສາດຂອງຊາດ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ລັດວິສາຫະກິດນ້ຳປະປາ ແລະ ວິສາຫະກິດອື່ນໆ; ເຊີນທີມງານຂອງກົມໃຫຍ່ພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ຄຸ້ມຄອງຊັບສິນແຫ່ງລັດ, ປັບປຸງລັດວິສາຫະກິດ, ສະຖາບັນການສຶກສາ ເພື່ອມາແລກປ່ຽນບົດຮຽນ ແລະ ສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງໂດຍສະເພາະການຫັນໄປສູ່ວຽກງານຫັນເປັນທັນສະໄໝ ໃນຂົງເຂດວຽກງານການເງິນຢູ່ ສປປ ລາວ.