ໃນລະຫວ່າງວັນທີ 1-7 ກັນຍາ 2022 ຜ່ານມານີ້, ຫ້ອງ ວ່າການກະປ້ອງກັນປະເທດ, ກອງບັນຊາການທະຫານແຂວງ ຜົ້ງສາລີ, ກອງບັນຊາການທະ ຫານແຂວງອຸດົມໄຊ, ກອງບັນ ຊາການທະຫານແຂວງຫຼວງພະ ບາງ ແລະ ໂຮງງານແຜນທີ່ກອງ ທັບ ຕ່າງກໍໄດ້ຈັດຕັ້ງເຜີຍແຜ່ດຳ ລັດການແຈ້ງຊັບສິນ ແລະ ລາຍ ຮັບຂອງພະນັກງານຂັ້ນກະຊວງ ຄຸ້ມຄອງໃນກໍລະນີຕ່າງໆ ເຊິ່ງແຕ່ລະບ່ອນມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ພະ ແນກການ, ກອງພັນ, ກອງຮ້ອຍ ເອກະລາດ ພ້ອມດ້ວຍພະນັກ ງານເຂົ້າຮ່ວມ.
ການເຜີຍແຜ່ດຳລັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ພົນທະຫານໃນແຕ່ ລະບ່ອນນັ້ນແມ່ນໄດ້ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ນາຍທະຫານໃນທົ່ວກອງທັບ ການເຜີຍແຜ່ດຳ ລັດດັ່ງກ່າວ ເປັນການປະຕິບັດຕາມບົດແນະນຳ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1750/ ກປທ ເພື່ອຜັນຂະຫຍາຍດຳລັດຂອງລັດຖະບານສະບັບເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງເປັນເອ ກະພາບ, ມີປະສິດທິຜົນ ແລະ ທົ່ວເຖິງທຸກເປົ້າໝາຍຕາມທີ່ໄດ້ກຳນົດໄວ້ ເພື່ອເປັນບ່ອນອີງໃຫ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນໃນການ ຈັດຕັ້ງປະຕິບັດລະອຽດກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ນາຍທະຫານໃນກອງທັບຢູ່ແຕ່ລະກົມກອງ ໄດ້ຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງແນໃສ່ເຮັດໃຫ້ການແຈ້ງຊັບສິນ ແລະ ລາຍຮັບໄດ້ດຳເນີນໄປຢ່າງຖືກຕ້ອງ, ຈະແຈ້ງ, ຄົບຖ້ວນ ແລະ ທັນຕາມເວລາທີ່ກຳນົດໄວ້.