ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ປະກາດການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ

ວັນ​ທີ 1 ກັນຍາ 2022 ນີ້, ໂຮງຮຽນ​ກໍ່ສ້າງ​ນາຍສິບ​ ເລກ 1 ໄດ້​ຈັດ​ຕັ້ງ​ປະກາດການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ ໃຫ້​ນາຍ​ທະຫານ​ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຈັດຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ຫົວໜ້າ​ການເມືອງ​ໂຮງຮຽນ, ມີ​ຕາງໜ້າ​ຄະນະ​ພັກ- ຄະນະ​ບັນຊາ 5 ຫ້ອງ, 4 ກອງພັນ ຕະຫຼອດ​ຮອດ​ຜູ້​ທີ່​ໄດ້ຮັບ​ການເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ.

ສະຫາຍ ພັນ​ໂທ ບຸນ​ລ້ຳ ສີ​ ຈອມ​ທອງ ຫົວໜ້າ​ພະ​ແນກ​ພະ ນັກງານ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1 ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1 ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໃນ​ພາກ​ທີ ll ໝວດ​ທີ່ 3 ມາດຕາ 22 ແລະ 23 ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ນາຍ​ທະຫານ ຈຳນວນ 17 ສະຫາຍ ໃນ​ນີ້​ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ​ຊັ້ນ ພັນ​ຕີ 5 ສະຫາຍ, ເລື່ອນ​ທຽບ​ຊັ້ນ ຮ້ອຍ​ເອກ ຂຶ້ນ​ຊັ້ນ ພັນ​ຕີ 2 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ໂທ ຂຶ້ນ​ຊັ້ນ​ຮ້ອຍ​ເອກ 1 ສະຫາຍ, ເລື່ອນ​ທຽບ​ຊັ້ນ ຮ້ອຍ​ໂທ ຂຶ້ນ​ຊັ້ນ ຮ້ອຍ​ເອກ 4 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ຕີ ຂຶ້ນ​ຊັ້ນ ຮ້ອຍ​ໂທ 2 ສະຫາຍ, ເລື່ອນ​ຊັ້ນ ວາທີ ຂຶ້ນ​ຊັ້ນ ຮ້ອຍ​ຕີ 2 ສະຫາຍ ແລະ ເລື່ອນ​ທຽບ​ຊັ້ນ ວາທີ ຂຶ້ນ​ຊັ້ນ ຮ້ອຍ​ຕີ 1 ສະຫາຍ.

ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ກໍໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່ ສະຫາຍ​ທີ່ໄດ້ຮັບ​ຊັ້ນ​ໃໝ່​ພ້ອມ​ກັນ​ຍາດ​ມາ​ໄດ້​ໃນ​ຄັ້ງ​ນີ້ ແລະ ຮຽກຮ້ອງ​ໃຫ້​ທຸກ​ສະຫາຍ​ຈົ່ງ​ພ້ອມ​ກັນ​ສືບຕໍ່​ຍົກ​ສູງ​ຄວາມ​ຮັບ ຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ບໍລິສຸດ ຊື່ສັດ​ສຸດ ຈະລິດ​ຕໍ່​ການຈັດຕັ້ງ, ຄົ້ນຄວ້າ​ເຊື່ອມ​ຊຶມ ກຳ​ແໜ້ນ​ຕໍ່​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ເອົາໃຈໃສ່​ເຮັດ​ວຽກ​ງານສຶກ​ ສາ​ອົບຮົມການເມືອງ-ນຳພາ ແນວຄິດຕິດ​ພັນ​ກັບ​ວຽກ​ງານ​ຂະ​ບວນການ​ຕົວ​ຈິງ​ຂອງ​ກົມ​ກອງ, ຄົ້ນຄວ້າ​ຊອກ​ຮູ້​ຮ່ຳຮຽນ​ເອົາ​ວິທີ​ທາງ​ອັນ​ໃໝ່​ເພື່ອ​ປັບປຸງ​ແບບ ແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ ບົນ​ຫຼັກການ​ລວມ ສູນ​ປະຊາທິປະ ໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະແບ່ງ ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ, ເພີ່ມຄວາມ​ສາມັກຄີ​ໃຫ້​ເປັນ​ປຶກ​ແຜ່ນ, ຕັ້ງໜ້າ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ, ກົມ ​ກອງ​ກາຍເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ກົມ​ກອງ 3 ປອດ,ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ແລະ ເຝິກ ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ກາຍເປັນ​ພະ ນັກງານ​ລຸ້ນ​ສືບ​ທອດ​ປ່ຽນ​ແທນ​ໃນ​ອານາ​ຄົດ.

ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນເຮືອງ

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *