ນວັນທີ 9 ກັນຍາ 2022 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສຳເລັດການອົບ ຮົມ-ຫັດແອບການການເມືອງ, ການທະຫານ, ພະລາທິການເຕັກນິກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ ຫົວໜ້າການ ທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະ ນະຫ້ອງ 4 ຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ແສງພອນ ສີດວງຈັນ ຫົວໜ້າຫ້ອງການ-ບໍ ລິຫານ ໄດ້ໃຫ້ຮູ້ວ່າ: ການອົບຮົມ- ຫັດແອບຄັ້ງນີ້ມີຈຳນວນພົນເຂົ້າຮ່ວມທັງໝົດ 445 ສະຫາຍ, ຍິງ 117 ສະຫາຍ, ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາ ຈານ ພ້ອມດ້ວຍນັກຮຽນ ໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບວິໃນຢ່າງເຂັ້ມງວດ, ຍົກສູງທາງດ້ານຄຸນນະພາບທາງດ້ານການເມືອງ-ການທະຫານ ແລະ ພະລາທິການເຕັກນິກ ເປັນບັນຫາສຳຄັນ ພ້ອມທັງປະຕິບັດໄດ້ບັນດາຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບກໍ່ຄືຂໍ້ກຳນົດຂອງໂຮງຮຽນວາງອອກ. ຜ່ານການອົບຮົມຫັດແອບຕົວຈິງສາມາດຕີລາຄາຜົນໄດ້ຮັບຄື: ພາກການເມືອງ ຂັ້ນເກັ່ງ 285 ສະຫາຍ, ຂັ້ນກາງ 144 ສະຫາຍ, ຄາດໝາຍ 16 ສະຫາຍ, ພາກການທະຫານຂັ້ນເກັ່ງ 264 ສະຫາຍ, ຂັ້ນກາງ 172 ສະຫາຍ, ຄາດໝາຍ 9 ສະຫາຍ ແລະ ພາກພະລາທິການ-ເຕັກນິກ ຂັ້ນເກັ່ງ 272 ສະຫາຍ, ຂັ້ນກາງ 160 ສະຫາຍ, ຄາດໝາຍ 13 ສະ ຫາຍ, ສັງລວມທັງໝົດອົບຮົມ ຂັ້ນເກັ່ງ 274 ສະຫາຍ, ຂັ້ນກາງ 159 ສະ ຫາຍ, ຄາດໝາຍ 12 ສະຫາຍ. ໂອກາດດຽວກັນນີ້, ຍັງໄດ້ຜ່ານຂໍຕົກລົງຂອງໂຮງຮຽນທິດສະດີການເມືອງກອງທັບວ່າດ້ວຍການມອບໃບຢັ້ງຢືນຮຽນການທະຫານໃໝ່ ຈຳນວນ 2 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ປອ ຄຳໄພ ຟອງດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາການ, ຕະຫຼອດຮອດພະນັກງານຄູ-ອາ ຈານ ແລະ ນັກຮຽນ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດການຮຽນ-ການສອນ ດ້ວຍຜົນສຳເລັດຢ່າງຈົບງາມ, ສາມາດຮັບປະກັນໄດ້ຄວາມປອດໄພ 100% ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດານັກເຝິກອົບຮົມທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ, ພ້ອມກັນນຳເອົາເນື້ອໃນບົດຮຽນອັນສຳຄັນດັ່ງກ່າວທີ່ຕົນເອງໄດ້ຮຽນມາ ນຳໄປຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.