ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້
ຮຽກຕົວທ້າວ ເດຊາ ອາຍຸ 29ປີ, ນັກທຸລະກິດ ບ້ານ
ສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້
ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງ
ຜ່ານສື່ສັງຄົມອອນລາຍ.
ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາ
ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້
ກ່ຽວເຄື່ອນໄຫວແລກປ່ຽນເງິນຕາບໍ່ຖືກຕ້ອງຕາມ
ລະບຽບກົດໝາຍອີກ, ຕໍ່ມາວັນທີ 13 ມິຖຸນາ
2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວ
ໄດ້ສືບຕໍ່ມີການເຄື່ອນໄຫວໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນເປັນ
ການກະທຳຜິດຊໍ້າ,ບໍ່ເຂັດຫຼາບ.
ສະນັ້ນ; ເຈົ້າໜ້າທີ່
ຈຶ່ງໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມ
ຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະ
ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.
ໃນການນຳຮຽກຕົວຄັ້ງນີ້ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດແລະໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາແລະບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ.
ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີ
ສໍາຮອງມີລາຍລະອຽດດັ່ງລຸ່ມນີ້:ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).
ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ ( ຈໍານວນ 63 ຄັ້ງ )ເງິນບາດ ໂອນເຂົ້າຈໍານວນ: 12.599.136 ບາດ ( ຈໍານວນ 223 ຄັ້ງ )ເງິນບາດ ໂອນອອກຈໍານວນ: 11.885.610 ບາດ ( ຈໍານວນ 93ຄັ້ງ)ເງິນກີບໂອນເຂົ້າຈໍານວນ:14.452.782.000ກີບ(ຈໍານວນ1.117ຄັ້ງ)ເງິນກີບໂອນອອກຈໍານວນ: 14.665.630.196 ກີບ ( ຈໍານວນ 1.631 ຄັ້ງ ).
ປັດຈຸບັນ,ເຈົ້າໜ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວ
ພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກ
ຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.