ຜູ້ຍິງຫຼາຍໆຄົນອາດ ຈະຍັງບໍ່ທັນຮູ້ວ່າສີ່ງທີ່ເຮັດກັນຢູ່ຕອນນີ້ມັນດີແລ້ວບໍ…ມັນໂອເຄແລ້ວຫວາ…ເຊີ່ງອະນາຄົດເປັນສີ່ງທີ່ບໍ່ມີໃຜຮູ້ຢ່າງແນ່ນອນ ເຮົາເລີຍຈະມາບອກເພື່ອນໆສາວຜູ້ຍິງວ່າໃຜທີ່ຍັງມີນິໃສເຫຼົ່ານີ້ຮິບເຊົາດ່ວນ ກ່ອນຈະສວາຍເກີນໄປ ກັບ 5 ນິໃສຂອງຜູ້ຍິງ:
1. ໜ້າໃຫຍ່ໄວ້ກ່ອນ
ພວກເຂົາມັກມີຄວາມຄິດແບບຄິດເອົາເອງວ່າ ຖ້າເປັນຄົນລວຍເຮົາສາມາດໃຊ້ຈ່າຍ ແລະ ສາມາດລ້ຽງໃຜກໍ່ໄດ້ ເຮັດໃຫ້ມີຄົນຢາກລວຍສ່ວນໜື່ງປະຕິບັດໂຕດ້ວຍການໃຊ້ຈ່າຍຟຸ່ມເຟື່ອຍ ເພື່ອຮັກສາໜ້າຄົນລວຍຂອງໂຕເອງ ເຊັ່ນ: ຫາເງິນໄດ້ ເດືອນລະ 2 ລ້ານ ແຕ່ຈ່າຍຄືກັບວ່າຫາເງິນໄດ້ເດືອນລະ 4 ລ້ານ, ໂດຍທຸກຄັ້ງທີ່ໄປກິນເຂົ້າກັບໝູ່ເພື່ອມັກຈະອອກປາກລ້ຽງເພື່ອນຢູ່ສະເໝີ ເພື່ອໃຫ້ໂຕເອງນັ້ນຖືກການຍອມຮັບຈາກເພື່ອນໆ ວ່າໂຕເອງລວຍ ບາງຄົນຫຼັງຈາກລ້ຽງເພື່ອນແລ້ວເມື່ອກັບຮອດບ້ານກໍ່ຕ້ອງເຮັດໃຫ້ໂຕເອງເຖີງຕ້ອງອົດຢາກໄປທັງເດືອນກໍ່ມີ.
2. ຄວາມຮັກທີ່ແລກມາດ້ວຍເງິນ
ຫຼາຍຄົນທີ່ຕ້ອງການໄດ້ຮັບການຍອມຮັບຈາກຄູ່ຮັກ ດ້ວຍການສະແດງອອກທາງຖານະວ່າຕົວເອງນັ້ນມີຖານະດີ ດັ່ງນັ້ນທຸກຄັ້ງທີ່ພົບກັນ ມັກຊັກຊວນຄູ່ຮັກຮັບປະທານອາຫານໃນຮ້ານຫລູໆ ເລືອກຊື້ສີນຄ້າແບນດັງລາຄາແພງ ເພື່ອມາເປັນຂອງຂວັນໃຫ້ກັບຄູ່ຮັກຂອງຕົນ ການປະຕິບັດແບບນີ້ຈົນເປັນນິໃສ ຈະເຮັດໃຫ້ລະບົບການໃຊ້ຈ່າຍເງິນຂອງໂຕເອງຂາດ ບາງຄົນເຖີງຂັ້ນເປັນໜີ້ເປັນສີນຫຼວງຫຼາຍເພື່ອແລກກັບຄວາມຮັກ
3. ປາຕີ້ຮອດໃສຮອດກັນ
ເປັນອີກໜື່ງລັກສະນະຊ່ວຍລະລາຍເງິນໃນກະເປົ໋າ ເຮົາເຫັນວ່າຄົນທີ່ມັກໄປປາຕີ້ນັ້ນມັກຈະປະສົບບັນຫາເລື່ອງເງິນເພາະຫາກຄຳນວນເບິ່ງແລ້ວ ເງິນທີ່ເສຍໄປກັບສີ່ງເຫຼົ່ານີ້ ບໍ່ໜ້ອຍເລີຍເພາະລາຄາຂອງອາຫານ ແລະ ແອວກໍຮໍໃນການໄປປາຕີ້ແຕ່ລະຄັ້ງນັ້ນສາມາດນຳມາໃຊ້ຊື້ອາຫານໄວ້ໄດ້ເປັນອາທິດເລີຍກໍ່ຍັງໄດ້
4. ຄິດເຖີງເລື່ອງການໃຊ້ເງິນ
ຄົນປະເພດນີ້ຈະຄິດພຽງແຕ່ການຫາເງິນໃຊ້ພຽງຢ່າງດຽວ ແຕ່ຈະບໍ່ຄິດເລື່ອງການໃຫ້ຜູ້ອື່ນ ການແບ່ງປັນເພາະເຂົາຄິດພຽງແຕ່ນຳເງິນລາຍໄດ້ທີ່ຫາມາເພື່ອປົມເປີໂຕເອງເທົ່ານັ້ນ
5. ຄິດໃຫຍ່ແຕ່ໄປບໍ່ຮອດ
ເລື່ອງນີ້ເປັນສີ່ງທີ່ຄົນຈົນມັກເຮັດ ຄືແຕ່ລະມື້ຄົນເຫຼົ່ານີ້ຈະມີຄວາມຝັນຂອງໂຕເອງ ເຊັ່ນ: ຢາກມີທຸລະຄິດເປັນຂອງໂຕເອງແຕ່ກໍ່ບໍ່ຄ່ອຍກ້າລົງທືນ ຫຼື ຢາກເລື່ອນຕຳແໜ່ງວຽກແຕ່ກໍ່ບໍ່ກ້າສະແດງອອກທາງຄວາມຄິດທີ່ຈະຊ່ວຍໃຫ້ບໍລິສັດມີລາຍໄດ້ເພີ່ມຂື້ນ ຫຼື ມີການພັດທະນາຫຼາຍຂື້ນ ເປັນຕົ້ນ ເຮັດໃຫ້ຄວາມຄິດທີ່ເຂົາມີນັ້ນກາຍເປັນສີ່ງທີ່ເບີ່ງເພີເຟັກ ເພາະເຂົາພຽງແຕ່ຄິດແຕ່ບໍ່ເຄີຍເຮັດຕາມສີ່ງທີ່ເຂົາຄິດເລີຍ ເຊີ່ງຕ່າງຈາກຄົນລວຍທີ່ຄິດ ແລະ ລົງມືເຮັດທັນທີ ຈີ່ງເຮັດໃຫ້ເຂົາລວຍ ແລະ ລວຍໆໄປອີກ
ທີ່ມາ: https://www.rugyim.com