ລັດ! ປັບຂຶ້ນລາຄານໍ້າມັນກາຊວນ 200 ກີບ/ລິດ ສ່ວນແອັດຊັງແມ່ນໃຫ້ຂາຍລາຄາເກົ່າ ເລີ່ມ 25 ສິງຫານີ້
ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 1114/ອຄ ນະຄອນຫຼວງວຽງຈັນ, ລົງວັນທີ 24 ສິງຫາ 2022, ກ່ຽວກັບການປັບປ່ຽນລາຄານ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງຈະເລີ່ມປະຕິບັດແຕ່ເວລາ 06 ໂມງເຊົ້າ ຂອງວັນທີ 25 ສິງຫາ 2022 ນີ້
1.ປັບຂຶ້ນສະເພາະລາຄາຂາຍຍ່ອຍນໍ້າມັນກາຊວນ 200 ກີບ/ລິດ ສ່ວນແອັດຊັງພິເສດ ແລະ ທຳມະດາ ແມ່ນໃຫ້ຂາຍລາຄາເກົ່າ.
ຕົວຢ່າງ: ລາຄານໍ້າມັນ ໃນນະຄອນຫລວງວຽງຈັນ:
-ແອັດຊັງພິເສດ 25,750 ກີບ/ລິດ (ລາຄາເກົ່າ).
-ແອັດຊັງທຳມະດາ 19,240 ກີບ/ລິດ (ລາຄາເກົ່າ).
-ກາຊວນ 18,860 ກີບ/ລິດ (ປັບຂຶ້ນ 200 ກີບ/ລິດ).