ກຽມຕົວຮັບມືກັບພະຍຸອີກເດີພີ່ນ້ອງ!
ພາຍຸໝຸນເຂດຮ້ອນ MA-ON ມະຮອນ, ມະອອນ ຫລື ໝາຫອນ ກະແລ້ວແຕ່ຊິອ່ານເນີ ແຕ່ທີ່ແນ່ໆມັນມາແນ່ນອນ ວັນທີ 25/08/2022 ຂະໜາດພາຍຸໃຫຍ່ຊ່ຳພື້ນທີ່ປະເທດລາວ ທ່າອ່ຽງທິດທາງເຄື່ອນຂຶ້ນພາກເໜືອແຕ່ກະທົບເຖິງໃຕ້.
#ເຕືອນຢ່າງແຮງ ງົດໄປຫລິ້ນຕາດ ຫລື ຕັ້ງແຄ້ມບໍລິເວນແຄມນ້ຳ, ຕັນທາງນ້ຳ ແລະ ໃຕ້ນ້ຳ(ມີຫວະ!!!) ງົດດ່ວນ!
ພາບຖ່າຍດາວທຽມ Himawari-8 ວັນທີ 24/08/2022 ບັນທຶກພາບເວລາ 09:10 AM ຍັງຈັບພາບໃຫ້ເຫັນກຸ່ມເມກຝົນ ກຸບທີບເໜືອທ້ອງຟ້າ ນະຄອນຫຼວງວຽງຈັນ
Cr: Ton
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 24/08/2022 ຫາ ເວລາ 07 ໂມງຂອງວັນທີ 25/08/2022
ພະຍາກອນອາກາດປະຈໍາວັນທີ 24 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເຫນືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ , ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນຕື່ມອີກ.
ພາກເຫນືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນ ລະຫວ່າງ 18 – 30 ອົງສາ.
ພາກເຫນືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍເກືອບຢູ່ທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 33 ອົງສາ.
ນະຄອນຫຼວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 26 – 32 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານ ກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ.ອຸນຫະພູມໃນລະຫວ່າງ 22 – 33 | ອົງສາ. ແຂວງໄຊສົມບູນ: ຈະມີຝົນຕົກໃນຟ້າຮ້ອງ ຟ້າເຫຼື້ອມ ລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 16 – 26 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24 -34 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 55%. ອຸນຫະພູມໃນ ລະຫວ່າງ 16 – 26 ອົງສາ.