ເພາະການໃຊ້ນໍ້າມັນເຄື່ອງຖ້າມັນແຫ້ງປວກກໍ່ກັບມາຄືເກົ່າ ດັ່ງນັ້ນ ມື້ນີ້ເຮົາມີເຄັດລັບທີ່ດີກວ່ານັ້ນ ບອກໄດ້ເລີຍວ່າໄລ່ປວກໄດ້ແບບຖາວອນ ສິ່ງທີ່ເຮົາຈະນຳມາໄລ່ປວກໃນມື້ນີ້ກໍ່ຄືເກືອ
ເທັກນິກການໄລ່ປວກເປັນວິທີບູຮານ ແນ່ນອນວ່າຫຼາຍຄົນຄົງຄຸ້ນເຄີຍກັບການໃຊ້ນໍ້າມັນເຄື່ອງທາເສົາ ບອກໄດ້ເລີຍວ່າມັນເປັນພຽງການແກ້ບັນຫາຊົ່ວຄາວເທົ່ານັ້ນ
ພຽງເຮົາໃຊ້ເກືອໜຶ່ງຈອກ ຕໍ່ນໍ້າ 2 ລິດ ປະສົມລະລາຍໃຫ້ເຂົ້າກັນ ນຳໄປຖອກໃສ່ຕີນເສົາບໍລິເວນທີ່ມີປວກອາໄສຢູ່ ປວກຈະອອກຈາກບໍລິເວນນັ້ນທັນທີ ເພາະປວກບໍ່ມັກດິນເຄັມ.
ຫຼືກ່ອນທີ່ຈະວາງເສົາລົງຂຸມໃຫ້ນຳເກືອໂຮຍໄວ້ຕີນເສົາເພື່ອໃຫ້ເປັນດິນເຄັມໃສ່ຫຼາຍຍິ່ງດີ ແຕ່ຖ້າຝັງເສົາລົງໄປແລ້ວເຊາະຮອງອ້ອມເສົາແລ້ວໂຮຍເກືອອ້ອມ (ຕາມຮູບ) ຖ້າເຫັນປວກກິນເນື້ອໄມ້ຢູ່ກໍ່ສາມາດໃຊ້ເກືອລະລາຍນໍ້າຫົດລົງໄປທີ່ຮັງ ຫຼື ບໍລິເວນທີ່ມີປວກອາໃສຢູ່ໄດ້ທັນທີ ວິທີນີ້ກໍ່ໃຊ້ໄດ້ຄືກັນ.
ຫຼາຍຄົນຄົງສົງໃສວ່າພຽງໃຊ້ເກືອກໍ່ສາມາດໄລ່ປວກໄດ້ ໃນຂະບວນການກິນຂອງປວກຈະບໍ່ສາມາດຜະລິດນໍ້າຍ່ອຍໄດ້ເອງຕ້ອງອາໃສຈຸລິນຊີໃນການຍ່ອຍທີ່ມີຢູ່ໃນຕົວຂອງປວກ ແຕ່ສິ່ງທີ່ມີຊີວິດລ້ວນແຕ່ຂາດນໍ້າບໍ່ໄດ້ ຫຼັງຈາກປວກກິນເນື້ອໄມ້ແລ້ວກໍ່ຈະລົງມາກິນນໍ້າໃຕ້ດິນ ຫຼື ກິນດິນ.
ຖ້າປວກນັ້ນກິນນໍ້າທີ່ມີຄວາມເຄັມເຂົ້າໄປຈະເຮັດໃຫ້ເກີດພາວະຂາດນໍ້າເຮັດໃຫ້ປວກຕາຍໄດ້ ຖາມວ່າຄວາມເຄັມຈະໄປທຳລາຍໄມ້ຂອງທ່ານຫຼືບໍ່ ຄຳຕອບຄືບໍ່ເລີຍ ເພາະຄວາມເຄັມຈະຮັກສາເນື້ອໄມ້ໄດ້ເປັນຢ່າງດີ
ແຫຼ່ງທີ່ມາ: ຊ່ອງຢູທູບ Sivakorn Channel