ແຈ້ງການດ່ວນ! ຈະມີການປ່ອຍລະບາຍນໍ້າເຂື່ອນໄຟຟ້ານໍ້າຄານ 3
ວັນທີ 17 ສິງຫາ 2022 ນີ້ ບໍລິສັດເຂື່ອນໄຟຟ້ານໍ້າຄານ 3 ອອກແຈ້ງການເຖິງປະຊາຊົນທີ່ຢູ່ລຸ່ມນໍ້າຄານ 3 ໃຫ້ຮັບຊາບເລື່ອງການຈະປ່ອຍນໍ້າອອກຈາກເຂື່ອນ ຍ້ອນຝົນຕົກໜັກເຮັດໃຫ້ລະດັບນໍ້າໃນເຂື່ອນສູງຂຶ້ນ ມີຄວາມຈຳເປັນຕ້ອງປ່ອຍອອກ.
ກຳນົດປ່ອຍແຕ່ເວລາ 12 ໂມງຂອງວັນທີ 18 ສິງຫາ 2022 ຫາ ເວລາ 00 ໂມງຂອງວັນທີ 22 ສິງຫາ 2022
ຄາດວ່າລະດັບນໍ້າຄານຈະເພີ່ມສູງຂຶ້ນຈາກເດີມ 1,8 ແມັດ