ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດອາທິດນີ້ ໂດຍມີຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມ, ນໍ້າຖ້ວມ ແລະ ດິນເຈື່ອນເນື່ອງຈາກວ່າ ໃນໄລຍະວັນທີ 17 ຫາ 21 ສິງຫາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ້ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ,
ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ
ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.