6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ເກັບລາຍຮັບໄດ້ 290 ຕື້ກວ່າກີບ

ດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜູດຊອບສູງ 6 ເດືອນຕົ້ນປີ 2022 ​ບໍລິ​ມາດ​ການ​ສົ່ງ​ອອກສິນຄ້າຜ່ານດ່ານພາສີສາ ກົນບໍ່ເຕ່ນ ມີນໍ້າ ໜັກລວມ 748 ລ້ານກວ່າໂຕນ ມູນ​ຄ່າ 224 ລ້ານກວ່າ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325 ລ້ານກວ່າໂຕນ ມູນ​ຄ່າ 567 ລ້ານກວ່າໂດ​ລາສະຫະ ລັດ. ພ້ອມນີ້, ຍັງສາມາດຈັດເກັບລາຍຮັບໄດ້ 290 ກວ່າຕື້ກີບ ລື່ນແຜນ ການ 12,83%.

6 ​ເດືອນຕົ້ນ​ປີ 2022, ​ບໍລິ​ມາດການສົ່ງ​ອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕ່ນ ມີນໍ້າໜັກລວມ​ 748.097.712 ໂຕນ ມູນ​ຄ່າ 224.226.917 ​ໂດ​ລາສະຫະ ລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325.177.706 ໂຕນ ມູນ​ຄ່າ 567.618.996 ໂດ​ລາສະຫະລັດ;

ເຊິ່ງສິນຄ້າ​ຂາ​ອອກສ່ວນຫຼາຍແມ່ນ​ສິນຄ້າ​ກະສິກໍາ,​ ​ເກືອ​ກາລີ ຢາງພາລາ, ​ແຮ່​ເຫຼັກ ​ແລະ ອື່ນໆ; ສ່ວນສິນຄ້າຂາເຂົ້າ ມີປະເພດສິນຄ້າຜ່ານແດນສາກົນຈາກ ຈີນ ໄປ ໄທ ແລະ ຈາກ ໄທ ໄປ ຈີນ ເຊັ່ນ: ປະເພດຜັກ, ໜາກໄມ້ສົດ, ອາຫານແຊ່ແຂງ ແລະອື່ນໆ.

ດ່ານພາສີສາກົນບໍ່ເຕ່ນ ໄດ້​ນໍາ​ໃຊ້​​ເຄື່ອງມື​ທັນ​ສະ​ໄໝ​​ໃນ​ການ​ປະຕິ ບັດວຽກ​ງານ​ ເປັນຕົ້ນລະບົບ ASYCUDA ແລະ ລະບົບ SMART TAX ລະບົບ SCANNER ລະ ບົບ EASY PASS ລະບົບ Lao National SingleWindow ລະບົບເອເລກໂຕຮນິກ ບ53. ນອກ​ນີ້, ​ຍັງ​ມີ​ລະບົບ IM. EX ແລະ ລະບົບອື່ນໆອີກ. ປີ 2022 ​ດ່ານ​ພາສີ​ສາ ກົນ​ບໍ່​ເຕ່ນ ໄດ້ຮັບຕົວເລກແຜນການປີ 515,5 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 77,79% ​ເທົ່າ​ກັບ 225,55 ຕື້ກີບ.

ສະເພາະ 6 ​ເດືອນ​ຕົ້ນປີ, ຕົວເລກແຜນການ 257,75 ຕື້ກີບ ໂດຍຜ່ານການປະຕິບັດຕົວຈິງໄດ້ 290,83 ຕື້ກວ່າກີບ ເທົ່າກັບ 56,42% ຂອງ​ແຜນການປີ ລື່ນ​ແຜນ 6 ​ເດືອນ 33,08 ຕື້ກວ່າກີບ ເທົ່າກັບ 12,83% ຄາດ​ຄະ​ເນ​ໝົດ​ປີ 2022 ໃຫ້​ໄດ້ຕາມ​ແຜນການ (515,5 ຕື້ກີບ).

ຖ້າປະຕິບັດໄດ້ 530 ຕື້ກີບ ຈະເທົ່າກັບ 102,81% ຂອງ​ແຜນການປີ ​ລື່ນ​ແຜນການ ​2,81% ​ເທົ່າ​ກັບ 14,5 ຕື້ກີບ ທຽບໄລຍະດຽວກັນຂອງ 6 ​ເດືອນ​ຕົ້ນປີຂອງປີຜ່ານ ມາ ​ເພີ່ມ​ຂຶ້ນ 47,53% ​ເທົ່າ​ກັບ 93,69 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນແຕ່​ຕົ້ນ​ປີ 2021 ​ຮອດ 31 ກໍ ລະກົດ 2021 ປະຕິບັດໄດ້ 229,97 ຕື້ກວ່າກີບ ແຕ່​ຕົ້ນ​ປີ​ 2022 ຮອດ 31 ກໍລະກົດ 2022 ປະຕິບັດໄດ້ 353.943.301.800 ກີບ ​​ເພີ່ມ​ຂຶ້ນ 53,91% ເທົ່າກັບ 123,97 ຕື້ກວ່າກີບ

ສໍາລັບການຈັດເກັບລາຍຮັບຈາກ​ທາງ​ລົດ​ໄຟ ແຜນການ 6 ​ເດືອນ​ຕົ້ນປີ 2022 ຈໍານວນ 97,75 ຕື້ກີບ ປະຕິບັດໄດ້ 34,58 ຕື້ກວ່າກີບ ເທົ່າກັບ 35,39% ຂອງ​ແຜນການ; ສ່ວນແຜນການໝົດປີ 2022 ຈໍານວນ 195,5 ຕື້ກີບ ປະຕິບັດ​ແຕ່​ຕົ້ນ​ປີ ຮອດ 31 ກໍລະກົດ 2022 ໄດ້ 40,5 ຕື້ກວ່າ ເທົ່າກັບ 20,72% ຂອງ​ແຜນການປີ.

 

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *