ເມື່ອບໍ່ດົນມານີ້, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງໄດ້ຈັດພິທີປະກາດ ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ ໂດຍການເປັນປະທານຂອງ ທ່ານ ພັນໂທ ຄໍາບານ ພົມມະນີວົງ ປະທານກວດກາພັກ, ຮອງກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກ-ຄະນະຫ້ອງ 7 ຫ້ອງ, 1 ກອງ, 1ຄ້າຍ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການເມືອງຂຶ້ນຜ່ານຄໍາເຫັນວ່າດ້ວຍການປະຕິບັດວິໃນພົນຕຳຫຼວດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ ໃນກໍາລັງ ປກສ ແຂວງເຊກອງ ໃນນີ້ ຕົກລົງປະຕິບັດວິໄນ ນາຍ ແລະ ພົນຕຳຫຼວດ ອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບການອຸດໜູນນະໂຍບາຍໃດໆຈໍານວນ 5 ສະຫາຍ, ຍິງ 1 ສະຫາຍຄື: ວທ ໄພສະຫັວນ ເພັດກຸມເມືອງ ອາຍຸ 33 ປີ ໜ້າທີຮັບຜິດຊອບ ຮອງຫົວໜ້າໜ່ວຍງານ ສັງກັດຢູ່ຫ້ອງຕໍາຫຼວດ; ວທ ລັດຕະນະ ດວງຄໍາ ອາຍຸ 28 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງຕໍາຫຼວດ; ຮຕ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ໜ້າທີຮັບຜິດຊອບ ຫົວໜ້າໜ່ວຍງານ ສັ່ງກັດຫ້ອງຕໍາຫຼວດ; ຮທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ປກສ ເມືອງທ່າແຕງ; ຮຕ ພົງເພັດ ໃພທິສານ ອາຍຸ 36 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັງກັດຢູ່ ປກສ ເມືອງດາກຈຶງ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).
ໃນໂອກາດນີ້, ທ່ານ ພັນໂທ ຄໍາບານ ພົມມະນີວົງ ໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະພັກ, ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ເປັນເຈົ້າການສືກສາອົບຮົບການເມືອງແນວຄິດໃຫ້ກໍາລັງເລົ່າຮົບວິຊາສະເພາະຂອງຕົນໃຫ້ຕໍ່ເນື່ອງ ແລະ ປົກ ກະຕິ ດ້ວຍການເຊື່ອມຊືມບັນດາມະຕິ, ຄໍາສັງຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນລະບຽບ, ກົດໝາຍ ແລະ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບວາງອອກໃຫ້ເລິກເຊິ່ງ; ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກໍາແໜ້ນສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ປະຕິບັດໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ກໍາລັງ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ພະຍາຍາມເຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງທັດສະນະແນວຄິດຄຸນສົມບັດສິນທໍາປະຕິບັດ ແລະ ຮັກສາທາດແທ້ມູນເຊື້ອປະຕິວັດຂອງກໍາລັງປ້ອງກັນຄວາມສະຫງົບ; ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກຂອງບັນດາເຫຼົ່າລົບວິຊາສະເພາະໃຫ້ເຂັ້ມແຂງ; ປະຕິບັດລະບົບສ່ອງແສງລາຍງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ເປັນປົກກະຕີ; ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.
—–
(ຂ່າວ: ປກສ ແຂວງ)
เขียนถึง ຕິກ ຕິກ ສີລິພົງ