ຫຼາຍຄົນຄົງເຄີຍໄດ້ຍິນເລື່ອງເລົ່າ ແລະ ຄວາມເຊື່ອກ່ຽວກັບເຮັດຫຍັງຕ້ອງມີມື້ມີວັນ ຢ່າງການທີ່ຈະປຸກສ້າງເຮືອນ, ອາຄານ ຫຼື ອື່ນໆ ທີ່ເປັນມື້ໂຊກມື້ລາບກັນແນ່ແລ້ວ ມື້ນີ້ທາງທີມຂ່າວຂອງພວກເຮົານໍາເອົາ ຄວາມເຊື່ອກ່ຽວກັບ ວັນທີ່ເໝາະແກ່ການປຸກສ້າງເຮືອນໃໝ່, ຮ້ານໃໝ່ ຫຼື ຍ້າຍເຂົ້າໄປຢູ່ຕາມນີ້
1 ວັນອາທິດ ຕໍາລາບູຮານໄດ້ກ່າວໄວ້ວ່າ ວັນອາທິດ ບໍ່ຄວນສ້າງເຮືອນ ຫຼື ປຸກເຮືອນ (ໝາຍເຖິງການເລີ່ມປຸກ ຫຼື ຂຸດເສົາຕ່າງໆ ມື້ທໍາອິດ) ບອກວ່າວັນທີນີ້ບໍ່ຄວນປຸກເຮືອນ ຫຼື ລົງເສົາເຂັມເພາະຈະເຮັດໃຫ້ຄວາມບໍ່ດີເກີດຂຶ້ນ
2 ວັນຈັນ ເປັນມື້ດີ ການເລີມລົງເສົາຫຼັກ ຫຼື ເລີ່ມປຸກເຮືອນ ຍ້າຍເຂົ້າໄປຢູ່ແມ່ນດີ ລໍ່າລວຍ ມີໂຊກລາບຢູ່ສະເໝີ ແລະ ຢູ່ເຢັນເປັນສຸກ
3 ວັນອັງຄານ ຫ້າມສ້າງເຮືອນເດັດຂາດ ເພາະຈະມີເຫດໃຫ້ເກີດອັກຄີໄພ ຫຼື ອັນຕະລາຍຈາກໄຟ ບໍ່ຫຼາຍກໍ່ໜ້ອຍ
4 ວັນພຸດ ເປັນວັນດີວັນມຸງຄຸນ ຈະມີໂຊກລາບ ຢູ່ຢ່າງສຸກສະບາຍບໍ່ຕ້ອງກັງວົນ
5 ວັນພະຫັດ ເປັນວັນຄູ່ກັນ ປຸກເຮືອນມື້ນີ້ ຈະມີໂຊກມີໄຊບໍ່ຂາດສາຍ ມີຄວາມສຸກເພີ່ມທະວີ
6 ວັນສຸກ ບໍ່ຄວນປຸກເຮືອນ ເຂົາວ່າສຸກ ທຸກສະເໝີຕົວ ຢູ່ແບບຈໍາທົນຈໍາຍອມ
7 ວັນເສົາ ແມ່ນຄວນງົດ ແລະ ຄວນເວັ້ນ ບໍ່ຄວນປຸກ ເພາະຈະເຮັດໃຫ້ຄົນໃນເຮືອນມັກຖືກເອົາປຽບ ຖືກຂັດແຂ່ງຂັດຂາທຸກມື້
ໃຜທີ່ກໍາລັງຈະສ້າງ ຫຼື ປຸກເຮືອນກໍເລືືອກມື້ໄດ້ຕາມນີ້ເລີຍເດີ້ ແຕ່ນີ້ກໍເປັນພຽງຄວາມເຊື່ອສ່ວນບຸກຄົນ
ຂໍ້ມູນຮຽບຮຽງຈາກ: https://th.theasianparent.com/