1 ມີລາຍໄດ້ຫຼາຍຊ່ອງທາງ : ຢ່າປ່ອຍพ้นຊີວິດມີລາຍໄດ້ພຽງແຕ່ຊ່ອງທາງດຽວ ເຖິງຈະມີເງິນເດືອນຫຼາຍກໍຕາມ ເພາະອະນາຄົດຄືສິ່ງທີ່ບໍ່ແນ່ນອນ ສະນັ້ນ , ຈົ່ງເພີ່ມຊ່ອງທາງຫາເງິນຈາກເຮັດກິດຈະກໍາທີ່ມັກ ເພາະນອກຈາກຈະມີຄວາມສຸກແລ້ວ ຍັງໄດ້ເງິນ ເຖິງຫນ້ອຍກໍບໍ່ເປັນຫຍັງ ເພາະມັນຄືຄວາມສຸກ ຫຼື ອາດຈະເຮັດວຽກເພີ່ມເຊັ່ນ
ກະສິກໍາ , ຫັດຖະກໍາ , ສອນຫນັງສື … ເຮັດໃນສິ່ງທີ່ຕົນມີທັກສະ ແລະ ຄວາມຮູ້ ເພື່ອເພີ່ມລາຍໄດ້ ລວມທັງລົງທຶນຕ່າງໆ ແຕ່ບໍ່ຄວນລົງທຶນຊື້ຫວຍ , ຝາກເງິນດອກເບັ້ຍສູງ ຫຼື ເພາະສິ່ງໃດທີ່ໄດ້ມາງ່າຍ ທຸລະກິດທີ່ຫາເງິນໄດ້ງ່າຍໆ ສ່ວນຫຼາຍຈະບໍ່ໝັ້ນຄົງ (ຄົນທີ່ຮັງມີແທ້ຈິງ ຄືຄົນຮູ້ຈັກພໍ)
2 ຄວບຄຸມລາຍຈ່າຍ : ບໍ່ຄວນຊື້ສິ່ງທີ່ຢາກໄດ້ ແຕ່ຈົ່ງຊື້ແຕ່ສິ່ງທີ່ຈຳເປັນຕົວຢ່າງ: ໂທລະສັບຄືສິ່ງທີ່ຈຳເປັນ, ແຕ່ບໍ່ຄວນຊື້ iPhone ເພາະມັນເປັນພຽງສິ່ງທີ່ຢາກໄດ້(ຖ້າເຈົ້າຊື້ສິ່ງທີ່ບໍ່ຈຳເປັນ ມື້ໜ້າເຈົ້າອາດຈະຕ້ອງຂາຍສິ່ງທີ່ຈຳເປັນອອກໄປ)
3 ຮູ້ຈັກທ້ອນເງິນ : ເມື່ອໄດ້ເງິນມາ ຈົ່ງຝາກເງິນຈໍານວນຫນຶ່ງເຂົ້າທະນາຄານກ່ອນ ແລ້ວสิกຈາກນັ້ນ ປະເປັນລາຍຈ່າຍ , ເພາະມີເງິນໃນถุงຫນ້ອຍ ກໍຈະຈ່າຍຫນ້ອຍເອງ ແລະ ບໍ່ຄວນຝາກເງິນທີ່สิกຈາກການໃຊ້ຈ່າຍ ເພາະສ່ວນຫຼາຍມັນຈະບໍ່สิก( ຖ້າເຈົ້າຄິດວ່າ ຖ້າເມື່ອໃດມີເງິນຫຼາຍຈິ່ງຈະຝາກເງິນ ຊາດນີ້ອາດຈະບໍ່ໄດ້ຝາກ ເພາະການທ້ອນເງິນຄວນເລີ່ມໃນຕອນທີ່ເງິນຍັງຫນ້ອຍ )