ນັບແຕ່ຕົ້ນປີ 2022 ຮອດວັນທີ 14 ສິງຫາ 2022 ຄົນລາວເສຍຊີວິດແລ້ວ 17 ຄົນຈາກໄຂ້ຍຸງລາຍ ຈາກຜູ້ຕິດເຊື້ອສະສົມ 17.559 ກໍລະນີໃນຂອບເຂດ ທົ່ວປະເທດ.
ນະຄອນຫຼວງວຽງຈັນຍັງພົບຜູ້ເສຍຊີວິດເປັນອັນດັບຫນຶ່ງໂດຍມີຜູ້ຕິດເຊື້ອ ສະສົມແລ້ວ 9.041 ກໍລະນີມີຜູ້ເສຍຊີວິດ 5 ຄົນ, ຮອງລົງມາແມ່ນແຂວງ ຫຼວງນ້ໍາທາ, ມີຜູ້ຕິດເຊື້ອສະສົມ 2.080 ກໍລະນີ ມີຜູ້ເສຍຊີວິດ 2 ຄົນ,
ແຂວງ ສາລະວັນມີຜູ້ຕິດເຊື້ອສະສົມ 1.154 ກໍລະນີ ມີຜູ້ເສຍຊີວິດ 3 ຄົນ, ແຂວງ ອັດຕະປືມີຜູ້ຕິດເຊື້ອສະສົມ 1.141 ກໍລະນີ ມີຜູ້ເສຍຊີວິດ 4 ຄົນ, ແຂວງ ອຸດົມໄຊ ມີຜູ້ຕິດເຊື້ອສະສົມ 371 ກໍລະນີ ມີຜູ້ເສຍຊີວິດ 1 ຄົນ,
ແຂວງຊຽງ ຂວາງມີຜູ້ຕິດເຊື້ອສະສົມ 49 ຄົນ ມີຜູ້ເສຍຊີວິດ 2 ຄົນ ແລະ ແຂວງອື່ນໆມີ ຈໍານວນຜູ້ຕິດເຊື້ອສະສົມຫຼາຍແຕ່ບໍ່ມີຜູ້ເສຍຊີວິດ.
ຂໍ້ມູນ: ກະຊວງສາທາລະນະສຸກ