ແມ່ນແທ້ບໍ່? ເມຍທີ່ມັກດ່າຜົວ ຈະບໍ່ມີວັນຈະເລີນ ທຳມາຫາກິນບໍ່ຂຶ້ນ ເພາະຜູ້ຊາຍມີສິນສູງກວ່າຜູ້ຍິງ 200 ເທົ່າ

ໂດຍລະບຸວ່າ ພັນລະຍາ ທີ່ດ່າ ສາມີ ຈະບໍ່ມີວັນຈະເລີນ ທຳມາຫາກິນບໍ່ຂຶ້ນເພາະ ຜູ້ຊາຍ ມີສີນ ສູງກວ່າ ຜູ້ຫຍິງ200 ເທົ່າ ສາທຸ ແມ່ຊີ ຊີ້ທາງອອກຂອງຊີວິດ ຜູ້ຫຍິງຄວນໄດ້ເຫັນ ແລະ ເອົາໄປປດິບັດຕາມກັນ (ແທັກພັນລະຍາ)


ເປັນສາມີທີ່ດີຕ້ອງໃຫ້ 4 ຢ່າງ ພັນລະຍາທີ່ດີ ຕ້ອງເກັບ 4 ຢ່າງ

ໃຫ້ ເລື່ອງການເງິນແກ່ຄອບຄົວ ຕາມຄວາມສາມາດຂອງໂຕເອງ ( ໃຫ້ພັນລະຍາຄວບຄຸມດ້ານການເງິນ ຂອງຄອບຄົວທັ້ງຫມດ ) ແລະ ເຮົາຂໍເງິນໄປເຮັດວຽກມື້ລະ 20,000 ກີບ ( ແບບສາມີທີ່ດີ ເຂົາເຮັດກັນ )

ໃຫ້ ເລື່ອງເວລາ ແກ່ຄອບຄົວ ເມື່ອຄອບຄົວຕ້ອງການໂຕສາມີ ບໍ່ຕ້ອງ ອະທິບາຍ ກໍ່ເວລາເຂົາຕ້ອງການໃຊ້ເມື່ອໄດກໍ່ຮີບໆ ມາໃຫ້ເຂົາໃຊ້ ບໍ່ວ່າ ຊັກ ລີດເສື້ອຜ້າ ເກັບກວາດຄວາມສະອາດບ້ານ ເຮັດອາຫານ ແລະ ສຳຄັນຊ່ວຍລ້ຽງລູກນຳ

ໃຫ້ ເລື່ອງການຍອມຮັບໃນສັງຄົມແກ່ຄອບຄົວ ສະແດງວ່າເວລາຈະໄປໄສ ຕ້ອງມີພັນລະຍາສະເຫມີ ຫ້າມຫນີໄປໄສ ຄົນດຽວເດັດຂາດ ໃຫ້ ເລື່ອງໄວ້ວາງໃຈ ການເປິດເຜີຍໃນການສອບຖາມ ຫາຂ່າວ ຫາຄວາມຂອງພັນລະຍາ ( ຂໍ້ນີ້ເພື່ອໃຫ້ເຂົາບໍ່ມີຄວາມລະແວງ ) ແລະ ຍອມຮັບການຕາມລ່າ ຂອງພັນລະຍາໄດ້ ແບບ ໄປເຕະບານ ມາ ຍິງມີຫນ້າທີ່ຕ້ອງເກັບໄດ້ 4 ຢ່າງ


ຕ້ອງເກັບເງິນໄດ້ ຖ້າສາມີ ໃຫ້ ເງິນມາ ແລ້ວເກັບໃຫ້ເປັນ ບໍລິຫານການເງິນໃຫ້ເປັນ ໃນຈັງຫວະຊີວິດ ຊ່ວງໃດຊ່ວງຫນຶ່ງເກິດຕົກງານ ຫລື ບໍ່ມີອາຊີບ ເຮົາກໍ່ສາມາດທີ່ຈະນຳເງິນທີ່ເກັບສະສົມໄວ້ ຫລືມີການຈັດການບໍລິຫານການເງິນທີ່ດີໄວ້ ເພື່ອນຳມາເປັນທຶນໃນການຫາງານ ຫລື ອາຊີບໃຫມ່ ຫາກພົບຈັງຫວະທາງອອກທີ່ດີ ອາດນຳມາລົງທຶນເປັນເຈົ້າຂອງກິດຈະການໂຕເອງໄດ້

ຕ້ອງເກັບຄຳເວົ້າໄດ້ ຖ້າສາມີ ຫລື ຄົນໃນຄອບຄົວເຮັດຫຍັງ ຫລື ມີຫຍັງ ຖຽງກັນ ຫລື ມີປັນຫາເລື່ອງຫຍັງ ຊາວບ້ານຫລື ຄົນທີ່ຮູ້ຈັກ ຈະຮູ້ຫມົດທຸກເລື່ອງທີ່ເກິດຂຶ້ນ ທ່ຽວຫາພັກ ຫາພວກ ປະຈານສາມີ ຫລື ຄອບຄົວຂອງສາມີໄປ ເວລາດີກັນ ຫລື ເຫດການປົກກະຕິຂຶ້ນມາຈະເຮັດໃຫ້ ໂອກາດໃນການທີ່ຈະເລີນກ້າວໜ້າວຽກງານຂອງສາມີບໍ່ປະສົບຄວາມສຳເລັດ

ເພາະຄຳເວົ້າຈາກພັນລະຍານັ້ນເອງ ຕ້ອງເກັບໂຕເອງໄດ້ ມີສາມີແລ້ວຍັງເຮັດເປັນຄົນເປິດໃຜຊວນໄປໄສໄປຫມົດ ຊາຍໃດຫລືຄົນໄດມາຈີບ ກໍ່ຍີ້ມ ວາງສະເໜໄປທົ່ວ ສາມີບໍ່ເປັນອັນທຳມາຫາກິນ ເພາະມົວແຕ່ລະແວງ ບໍ່ກໍ່ຕ່າງຄົນຕ່າງມີໃຫມ່ ສ້າງຄວາມກົດດັນແກ່ຄອບຄົວ ແລະ ລູກຫລານ ຕ້ອງເກັບສາມີໃຫ້ໄດ້ ມີສາມີແລ້ວ ເວລາມີປັນຫາກັນ ກໍ່ຍຶດຈຸດເດິນມາເປັນຈຸດຢືນ ຈຸດຢືນທີ່ວ່າຮັກກັນ ຫນ້າມືດ ຄິດແຕ່ເອົາຊະນະ ບໍ່ສົນໃຈອານາຄົດ ຄິດແຕ່ຈະໄລ່ໄປ ແບບເກັບເສື້ອຜ້າສາມີ ໂຍນ ແລະໄລ່ໃຫ້ໄປຢູ່ບ່ອນອື່ນສະໃຈ ແບບນີ້ເຂົາຮ້ອງໄລ່ສາມີບໍ່ແມ່ນເກັບສາມີ

ບໍ່ວ່າຈະເກີດຫຍັງເຂົາເປັນສາມີເຮົາ ເຮົາຕ້ອງມີຫນ້າທີ່ ເກັບເຂົາໄວ້ຢູ່ກັບເຮົາໃຫ້ໄດ້ ເພາະເຮົາເລືອກເຂົາເປັນສາມີແລ້ວ ຕໍ່ໃຫ້ຜິດແນວໄດ ກໍ່ຕ້ອງໃຫ້ອາໄພບໍ່ຈົ່ມດ່າໃຫ້ ເພາະການຈົ່ມດ່າບໍ່ໄດ້ເຮັດໃຫ້ມີຫຍັງດີຂື້ນມາມີແຕ່ຈະເຮັດໃຫ້ຊີວິດຂອງເຮົາຕົກຕໍ່າລົງເລື້ອຍໆ.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *