ສູບຢາສູບໄຟຟ້າ ສ່ຽງເປັນພະຍາດປອດເຂົ້າຕອກແຕກ (popcorn lung)++
ແພດຈາກມະຫາວິທະຍາໄລ John Hopkins ເປີດເຜີຍ 95% ຂອງຄົນເຈັບທີ່ເປັນພະຍາດປອດເຂົ້າຕອກແຕກຮຸນແຮງ ແມ່ນມີສາເຫດມາຈາກການສູບຢາສູບໄຟຟ້າ ແລະ ຈະເສຍຊີວິດພາຍໃນ 5 ປີ.
Dr Panagis Galiatsatos ຫົວໜ້າຄີນິກປິ່ນປົວພະຍາດທີ່ເກີດຈາກຢາສູບຂອງ ມະຫາວິທະຍາໄລ John Hopkins ສະຫະລັດອາເມລິກາ ເຕືອນວ່າ ການສູບຢາສູບໄຟຟ້າອັນຕະລາຍກວ່າທີ່ຄິດ ເຊິ່ງນອກຈາກທີ່ ນິໂກຕິນເປັນສານເສບຕິດ ແລະ ເປັນອັນຕະລາຍຕໍ່ສຸຂະພາບແລ້ວ, ຢາສູບໄຟຟ້າຍັງປະກອບດ້ວຍສານເຄມີອື່ນຫຼາຍຊະນິດ ທີ່ເປັນອັນຕະລາຍ ເຊັ່ນ ສານໄດອະເຊທິນ ທີ່ປົກກະຕິໃຊ້ປະກອບອາຫານ
ຊຶ່ງການຮັບປະທານຈະບໍ່ມີອັນຕະລາຍ ແຕ່ຫາກໄດ້ຮັບສານຊະນິດນີ້ໂດຍການສູດດົມຈະມີອັນຕະລາຍຮ້າຍແຮງຕໍ່ປອດ ຈົນກໍ່ໃຫ້ເກີດ ພະຍາດປອດເຂົ້າຕອກ ແຕກ ຫຼື bronchiolitis obliterans ອາການຈະຄ້າຍອາການຫອບຫືດ ຫາຍໃຈລຳບາກ ໄອ ເຈັບໜ້າເອິກ
ເຊິ່ງເປັນຜົນມາຈາກຖົງລົມໃນປອດເກີດການອັກເສບ ແລະ ເປັນບາດແຜ, ໃນກຸ່ມຄົນທີ່ມີອາການຮຸນແຮງຈຳເປັນຕ້ອງຜ່າຕັດປ່ຽນປອດ ແລະ ກຸ່ມທີ່ມີອາການຮຸ່ນແຮງ 95% ຈະເສຍຊີວິດພາຍໃນ 5 ປີ.
ພະຍາດປອດເຂົ້າຕອກແຕກ ພົບເຫັນຄັ້ງທໍາອິດໃນຄົນທີ່ເຮັດວຽກໃນໂຮງງານເຮັດເຂົ້າຕອກແຕກ ໃນລັດມິດຊູລີ່ ສະຫະລັດອາເມລິກາ ເນື່ອງຈາກສານໄດອະເຊທິນ ເປັນສ່ວນປະກອບໃນການຜະລິດເຂົ້າຕອກແຕກ ຫຼື ປັອບຄອນ ປະຈຸບັນເຫັນວ່າ ມີການນຳສານຊະນິດນີ້ມາເຕີມກິ່ນ ແລະ ລົດຊາດໃນຢາສູບໄຟຟ້າ
ແຫຼ່ງຂໍ້ມູນ: #บุหรี่ไฟฟ้า101
https://www.dailymail.co.uk/…/Up-95-people-develop…
image: https://3c5.com/LJOSp