ນີ້ບໍ່ໄດ້ມີເຈດຕະນາປະຈານທາງຮ້ານໃດ໊ໆ ພຽງແຕ່ຢາກຖາມວ່າສົມຄວນຫລືບໍ່⁉️
ເນື່ອງຈາກຫ່າງຫາຍບໍ່ໄດ້ໄປກີນຢູ່ຮ້ານນີ້ດົນ ແລ້ວມື້ນີ້ກໍຢາກເລີຍຊວນຫມູ່ໄປກິນ3ຄົນ ແຫຼະແລ້ວຫຼັງຈາກກີນແລ້ວທຸກຢ່າງກໍ່ຫມົດຍັງແຕ່ສໍ່າທີ່ເຫັນເພາະພວກເຮົາກິນບໍ່ໄດ້ ຢູ່ໃນຖ້ວຍກິນໄດ້ແຕ່ ປາແຊວມ້ອນ ກັບປູອັດ ເພາະປາສະບະກໍອອກເປັນເນື້ອຄືຜຸຍໆແລ້ວ ປາມຶກກໍອອກເລະໆ ປາສີຂາວທີຈິງຈະເປັນເນື້ອໄສ ແຕ່ໂຕນີ້ພັດຄາວເລີຍກິນບໍ່ໄດ້ ແລະ ທູນ້າອີກສະເພາະກໍຕາມທີ່ເປັນເປັນແບບນັ້ນແຕ່ຕອນເອົາມາເສີບ ບໍ່ໄດ້ເປັນເພາະແຊນ້ຳກ້ອນ ຕໍ່ມາເນາະ:
+ ຕອນຈະກັບກຳລັງໄລ່ເງີນ
– ພະນັກງານ ຍ່າງມາບອກວ່າ ໄປກິນປາກ່ອນເດີ້ ບໍ່ຊັ້ນຈະຖືກປັບໄຫມ
– ຂ້ອຍ: ກໍງົງເນາະກໍຄິດວ່າອາຫານທີສັ່ງຫາກໍເອົາມາເພີ່ມບໍ່ ລະແລ້ວຍ່າງໄປເບີ່ງກັບຫມູ່ ແລ້ວກໍຍ່າງອອກມາບ່ອນໄລ່ເງີນ
– ພະນັກງານຜູ້1 ຈັບຖ້ວຍປາມາເດ່ໃສ່ ເດຍັງເຫຼືອສໍ່ານີ້ ແລະມີພະນັກງານອີກ2ຄົນຢືນຢູ່ຫັ້ນແລ້ວພາກັນກົ້ມເບີ່ງ ລະຫັນມາຖາມພວກຂ້ອຍວ່າ ຍັງສໍ່ານີ້ຈະຍອມໃຫ້ຖືກປັບໄຫມບໍ່
– ຂ້ອຍ: ປາບໍ່ສົດພວກຂ້ອຍເລີຍກີນບໍ່ໄດ້ ມັນຄາວຈະໃຫ້ກີນໄດ້ແນວໃດ໋ ຖ້າຈະປັບກໍປັບໂລດ(ຍ້ອນເປັນຄົນບໍ່ເລື້ອງມາກ) ຫລັງຈາກນັ້ນກໍປັບ ເພີ່ມ 153.000
-ພະນັກງານ ບອກອີກຄົນເອົາກ່ອງມາໃສ່ໃຫ້ເພີ່ນກັບບ້ານແດ່
-ຂ້ອຍ ບໍ່ເອົາເດີ້ເອົາໄປກໍກີນບໍ່ໄດ້ ຖ້າກິນໄດ້ກໍກີນຫມົດແຕ່ຕອນທີແລກແລ້ວ
#ຍ້ຳບໍ່ແມ່ນວ່າກີນບໍ່ຫມົດແຕ່ນີ້ຄືບໍ່ສົດມັນຄາວຈື່ງກີນບໍ່ໄດ້ແລ້ວເຫລືອ
#ໃນກໍລະນີແບບນີ້ຄຳຂໍໂທດຈາກພະນັກງານກໍບໍ່ມີຈັກຄຳເລີຍ ແລະ ເຮັດສີຫນ້າແບບບໍ່ພໍໃຈໃສ່ລູກຄ້າ ຖ້າເວົ້າດີເວົ້າມ່ວນທາງເຮົາກໍຈະບໍ່ວ່າຫຍັງເລີຍ ເຮັດຫນ້າບໍ່ຮັບແຂກຕັ້ງແຕ່ຕອນໄປທີແລກແລ້ວ ຫຼືເປັນນຳການນຸ່ງຖືແດ່ເບາະຫຼືແນວໃດ ທຸກຢ່າງຄວນປັບປຸງ ແລະ ຕ່າງຈາກແຕ່ກ່ອນນັ້ນຫຼາຍເລີຍ
ແຫລ່ງທີ່ມາ: