ເປັນຕາຢ້ານແທ້..!!!ຈີນຄົ້ນພົບໄວຣັດ ຊະນິດໃໝ່ ຊື່ LayV ແລະ ຕິດເຊື້ອແລ້ວ 35 ຄົນ (ມີຄຮິບ)

ນັກວິທະຍາສາດຈີນໄດ້ຄົ້ນພົບເຊື້ອໄວຣັສຊະນິດໃໝ່ “Laywi” ເປັນຂອງເຊື້ອໄວຣັສ Nipah ມີ 35 ກໍລະນີຢູ່ໃນແຂວງ Shandong ແລະ Henan, ຄິດວ່າມີຕົ້ນກໍາເນີດມາຈາກຫນູຜີ ຍັງບໍ່ທັນມີການຢັ້ງຢືນການລະບາດຈາກຄົນສູ່ຄົນຍັງບໍ່ທັນໄດ້ຮັບການຢືນຢັນ ຂະນະທີ່ແພດເຝົ້າລະວັງແຕ່ບໍ່ໃຫ້ແຕກຕື່ນ.

ວັນທີ 9 ສິງຫານີ້, ເວັບໄຊຂ່າວ Global Times ຂອງທາງການຈີນລາຍງານວ່າ: ຄະນະນັກວິທະຍາສາດຈີນຂອງສະຖາບັນຈຸລະຊີວະວິທະຍາ ແລະ ພະຍາດລະບາດ ໃນປັກກິ່ງ ກັບນັກວິທະຍາສາດໃນສິງກະໂປ ໄດ້ເຜີຍແຜ່ບົດຄວາມທາງການແພດທີ່ພິມ ໃນວາລະສານ New England Journal of Medicine ກ່າວວ່າພວກເຂົາເຈົ້າໄດ້ຄົ້ນພົບເຊື້ອໄວຣັສໃໝ່ທີ່ມີຊື່ວ່າ “Langya henipavirus” ຫຼື “LayV”, ເຊິ່ງເປັນຂອງເຊື້ອໄວຣັສ Nipah. (Henipavirus) ໂດຍການຄົ້ນພົບຜູ້ຕິດເຊື້ອຄັ້ງທໍາອິດໃນແຂວງ Shandong. ໃນໄລຍະກ່ອນເດືອນມັງກອນປີ 2019, ກ່ອນທີ່ຈະພົບເຫັນ 14 ກຸ່ມກໍລະນີ, ເຊິ່ງການຄົ້ນຄວ້າຕ້ອງຢຸດຕິຍ້ອນການລະບາດຂອງພະຍາດໂຄວິດ-19.

(ຄຮິບ)

ລາຍງານຂ່າວກ່າວວ່າ ມາຮອດປະຈຸບັນ, ມີ 35 ຄົນໄດ້ຕິດເຊື້ອຢູ່ແຂວງ Shandong ພາກຕາເວັນອອກ ແລະແຂວງ Henan. ຢ່າງໃດກໍ່ຕາມ, ແພດບໍ່ສາມາດຢືນຢັນການຕິດເຊື້ອຈາກຄົນສູ່ຄົນໄດ້, ແຕ່ບອກວ່າຄົນເຈັບມີປະຫວັດການຕິດຕໍ່ກັບສັດ. ເຊື້ອໄວຣັດດັ່ງກ່າວມີຕົ້ນກຳເນີດມາຈາກ “shrew” ໜູຜີ ສັດທີ່ມີຂະໜາກນ້ອຍ ໂດຍຄົນເຈັບມີອາການບໍ່ຮຸຮແຮງເຊັ່ນ: ໄຂ້, ເມື່ອຍລ້າ, ເບື່ອຢາກອາຫານ, ປວດກ້າມເນື້ອ ແລະ ຍັງບໍ່ພົບເຫັນຜູ້ເສຍຊີວິດ.

ອີງຕາມອົງການອະນາໄມໂລກ (WHO), ສັດທີ່ຕິດເຊື້ອໄວຣັດ Nipah ຈະມີອາການຮ້າຍແຮງ ແລະ ສໍາລັບມະນຸດ ເຊື້ອໄວຣັສມີລະດັບຄວາມປອດໄພທາງຊີວະພາບສູງສຸດ, ມີອັດຕາການຕິດເຊື້ອ ຢູ່ໃນລະດັບ 4 ສູງສຸດ ອັດຕາການເສຍຊີວິດຈາກການຕິດເຊື້ອຢູ່ລະຫວ່າງ 40-75 ສ່ວນຮ້ອຍ ເຊິ່ງເປັນຕົວເລກທີ່ສູງກວ່າໂຣກ coronavirus. ປະຈຸບັນ, ຍັງບໍ່ທັນມີວັກແຊງປ້ອງກັນ ແລະ ບໍ່ມີການປິ່ນປົວທີ່ສະເພາະ ຜູ້ຕິດເຊື້ອແມ່ນໄດ້ຮັບການປິ່ນປົວຕາມອາການ ອົງການອະນາໄມໂລກຈັດປະເພດເຊື້ອໄວຣັສ Nipah ມັນແມ່ນໜຶ່ງໃນກຸ່ມໄວຣັດທີ່ມີໂອກາດສູງທີ່ສຸດທີ່ຈະເປັນພະຍາດລະບາດ.

Wang Linfa, ສາດສະດາຈານຂອງໂຄງການພະຍາດຕິດແປດທີ່ເກີດໃໝ່ ຂອງສະຖາບັນການແພດ Duke-NUS ກ່າວວ່າບໍ່ມີປັດໃຈໃຫ້ຕ້ອງແຕກຕື່ນຕົກໃຈກ່ຽວກັບເຊື້ອໄວຣັສ Layvi ແຕ່ລັກສະນະຂອງເຊື້ອໄວຣັສເມື່ອມັນແຜ່ລາມໄປສູ່ມະນຸດມີຜົນສະທ້ອນທີ່ບໍ່ສາມາດຄາດເດົາໄດ້ ແລະ ເຊື່ອວ່າເຊື້ອໄວຣັສໂຄໂຣນາ ມັນອາດຈະບໍ່ເປັນໄວຣັດຊະນິດສຸດທ້າຍທີ່ເຮັດໃຫ້ເກີດການລະບາດທີ່ຮ້າຍແຮງ ທີ່ເຮັດໃຫ້ມີຜູ້ຕິດເຊື້ອທົ່ວໂລກ ແລະສົ່ ງຜົນກະທົບຕໍ່ວິຖີຊີວິດຂອງປະຊາຊົນ.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *