ສະຫຼະເວລາອ່ານ 5 ນາທີ..!!!ໃຜທີ່ມັກກິນໝີ່ດິບ ມື້ນີ້ມີຄວາມຮູ້ມາຝາກ ກິນໝີ່ດິບອັນຕະລາຍບໍ?

ເຊື່ອວ່າຫຼາຍຄົນຕ້ອງເຄີຍລອງ ຫຼື ອາດຈະມັກກິນໝີ່ເຄິ່ງສໍາເລັດຮູບແບບດິບ ແບບທີ່ບໍ່ໄດ້ເອົາໄປຕົ້ມໃສ່ນໍ້າຮ້ອນ ໂດຍການຫັກ ຫຼື ບົດເສັ້ນເປັນຊີ້ນນ້ອຍໆ ປະສົມກັບເຄື່ອງປຸງໃນຊອງ ກິນເປັນເຂົ້າໜົມ ຫຼື ອາຫານກິນຫຼິ້ນ ໄດ້ລົດຊາດທີ່ເຂັ້ມຂຸ້ນ ຖືກໃຈ້ເດັກເປັນຈໍານວນຫຼາຍ ແມ້ແຕ່ຜູ້ໃຫຍ່ບາງຄົນກໍ່ຍັງມັກກິນ.


ແຕ່ເຄີຍສົງໄສກັນບໍ່ວ່າ ເສັ້ນມີ່ທີ່ຜະລິດອອກມາໃຫ້ກິນໃນແບບຂອງການຕົ້ມ ຫຼື ແຊ່ໃນນໍ້າຮ້ອນຈົນເສັ້ນນີ້ມ ຫາກນໍາໄປກິນດິບໆ ກອບໆ ແບບບໍ່ຜ່ານຄວາມຮ້ອນ ຈະສົ່ງຜົນແນວໃດຕໍ່ຮ່າງກາຍແນ່ ແລະ ມີອັນຕະລາຍຫຼື ບໍ່? ມື້ນີ້ແອັດໄປຫາຄໍາຕອບມາໃຫ້ ລອງມາເບິ່ງນໍາກັນ.

ທັ້ງນີ້ທັ້ງນັ້ນ ບາງຄົນອາດເຄີຍໄດ້ຍິນ ຫຼື ເຄີຍອ່ານມາແລ້ວວ່າກິນໝີ່ເຄິ່ງສໍາເລັດຮູບແບບດິບ ຈະດູດນໍ້າຍ່ອຍໃນລໍາໄສ້ ເຮັດໃຫ້ເກີດອາການຂາດນໍ້າ ຈົນເກີດພາວະຊັອກໄດ້.


ໝີ່ເຄີ່ງສໍາເລັດຮູບ ເຮັດມາຈາກແປ້ງ ແລະ ເຮັດໃຫ້ສຸກດ້ວຍນໍ້າຮ້ອນ ກ່ອນຈະນໍາໄປທອດໄປຈືນໃນນໍ້າມັນ ຫຼື ນໍາໄປອົບແຫ້ງ ແລ້ວຈຶ່ງນໍາມາຕົ້ມອີກຮອບ ເມື່ອນໍາມາເຕີມນໍ້າຮ້ອນ ຫຼື ຕົ້ມເສັ້ນໝີ່ຈະດູດນໍ້າ ແລະ ເສັ້ນບານໃນລະດັບໜຶ່ງ ລວມທັງມີຄວາມອ່ອນນຸ່ມ ເໝາະແກ່ການບໍລິໂພກ.

ແນວໃດກໍ່ຕາມ ມີ່ເຄິ່ງສໍາເລັດຮູບ ຫາກນໍາມາກິນດິບ ເມື່ອບໍລິໂພກເຂົ້າໄປໃນຮ່າງກາຍ ກໍ່ຄືກັບການກິນແປ້ງ ຫຼື ເຂົ້າໜົມປັງ ຈຶ່ງບໍ່ສາມາດໄປດູດນໍ້າຍ່ຶຍໃນລໍາໄສ້ ແລະ ເຮັດໃຫ້ຮ່າງກາຍຂາດນໍ້າຢ່າງທີ່ໃຜຫຼາຍຄົນເຂົ້າໃຈ ແຕ່ການກິນມີ່ດິບ ອາດເຮັດໃຫ້ທ້ອງອືດ ທ້ອງເຟີ້ ຈຸກສຽບ ແໜ້ນທ້ອງໄດ້.

ແຕ່ທັ້ງນີ້ທັ້ງນັ້ນ ເຖິງແມ່ນວ່າເສັ້ນມີ່ດິບຈະບໍ່ອັນຕະລາຍເຖິງຂັ້ນເຂົ້າໄປດູດນໍ້າຍ່ອຍໃນບໍາໄສ້ ຫຼື ກະເພາະອາຫານ ແຕ່ສິ່ງທີ່ໜ້າເປັນຫ່ວງຄື ໂດຍທົ່ວໄປມີ່ 1ຊອງ ມີປະລິມານໂຊດຽມທີ່ສູງເຖິງ 50% ຂອງປະລິມານໂຊດຽມທີ່ຮ່າງກາຍຄວນໄດ້ຮັບໃນແຕ່ລະວັນ ໂດຍປະລະມານໂຊດຽມທີ່ແນະນໍາໃຫ້ຮັບປະທານນັ້ນຄື 2.000 ມິລລີກຣາມຕໍ່ວັນ ຫາກກິນຫຼາຍເກີນໄປ ຈະເຮັດໃຫ້ເກີດອາການກະຫາຍນໍ້າ ແລະ ເພີ່ມຄວາມສ່ຽງຕໍ່ການເປັນໂລກໄຕ, ຄວາມດັນໂລຫິດສູງ ແລະ ໂລກຫົວໃຈໄດ້ ດັ່ງນັ້ນບໍ່ຄວນບໍລິໂພກໝີ່ເຄີ່ງສໍາເລັດຮູບເກີນມື້ລະ 2ຫໍ່.

ນອກຈາກນີ້ ການກິນມີ່ເປັນປະຈໍາທຸກມື້ອາດເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ບໍ່ພຽງພໍ ເພາະມີ່ມີສ່ວນປະກອບຂອງອາຫານບໍ່ພຽງເທົ່າໃດຊະນິດເທົ່ານັ້ນ ສ່ວນຫຼາຍມັກເຮັດມາຈາກແປ້ງສາລີ ດັ່ງນັ້ນ ຄວນເຕີມເນື້ອສັດ, ຜັກ ແລະ ໄຂ່ລົງໄປນໍາ.

 

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *