ຮູ້ແລ້ວບໍທານອນ
ກໍ່ສາມາດບອກເຖິງນິໃສໃຈຄໍເລິກໆຂອງທ່ານໄດ້
ຫາກທ່ານລຶ້ງນອນທ່າທີ 1:
ຖືເປັນທ່ານອນຂອງຄົນທີ່ມີຄວາມໝັ້ນໃຈໃນຕົວເອງສູງເລີຍ ແຖມຍັງເປັນຄົນກົງໄປກົງມາ ຂ້ອນຂ້າງດື້ ແລະ ຫົວແຂງ ແຕ່ກັບເປັນຄົນເຂັ້ມແຂງທີ່ເບິ່ງໂລກໃນດ້ານດີ.
ຫາກທ່ານລຶ້ງນອນທ່າທີ 2:
ຄົນນອນທ່ານີ້ມີບຸກຄະລິກທີ່ເປັນມິດ ມີນິໄສ ແລະ ມຸມມອງທີ່ເປີດກວ້າງ ແຕ່ມັກມີອາລົມທີ່ແປປວນ ແລະ ອອ່ນໄຫວງ່າຍຢູ່ຄືກັນ.
ຫາກທ່ານລຶ້ງນອນທ່າທີ 3:
ສໍາລັບຄົນທີ່ນອນແຄງມັກຈະມີນິໄສເບິ່ງໂລກໃນດ້ານດີ ແຖມຍັງສາມາດຈັດການ ແລະ ຄວບຄຸມອາລົມຕົວເອງໄດ້.
ສ່ວນຫລາຍມັກຈະໃຊ້ຊີວິດແບບອີງປັດຈຸບັນບໍ່ກັງວົນກ່ຽວກັບອານາຄົດທີ່ຍັງເບິ່ງບໍ່ເຫັນ ຄົນນອນທ່ານີ້ມັກສາມາດຮັບມືກັບບັນຫາໄດ້ດີ ແລ້ວຍັງໃຈເຢັນທີ່ສຸດ.
ຫາກທ່ານລຶ້ງນອນທ່າທີ 4:
ຄົນນອນທ່ານີ້ກໍ່ມັກຈະມີນິໄສໜ້າຮັກ ເປັນຄົນທີ່ເຊື່ອຖືໄດ້ທີ່ສຸດກວ່າທຸກທ່າ ແລະ ມັກຈະໄດ້ຮັບການວາງໃຈຈາກຄົນຮອບຂ້າງ ຂໍ້ເສຍຄືຈະເປັນຄົນເປີດເຜີຍເລື່ອງຕົວເອງຫຼາຍ ແຕ່ເຖິງຢ່າງນັ້ນໝູ່ເພື່ອນກໍ່ມັກຈະໄວ້ໃຈສະເໝີ.
ຫາກທ່ານລຶ້ງນອນທ່າທີ 5:
ເປັນຄົນເຂັ້ມແຂງທີ່ມັກເບິ່ງໂລກໃນດ້ານດີ ແຕ່ມັກເປັນສູນກາງຈັກກະວານ ນິໄສຂ້ອນຂ້າງດື້ ຫົວແຂງ ຫົວກະບົດ ເປັນຄົນເວົ້າຄວາມຈິງແບບກົງໄປກົງມາ ເຊິ່ງນິໄສແບບນີ້ມີທັງຂໍ້ດີ ແລະ ຂໍ້ເສຍຫຼາຍ ຄວນລະວັງເປັນພິເສດເດີ້.