​2​ ປັດໄຈ ແລະ​ ສາຍເຫດ​ ທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນກໍລະກົດ ເພີ່ມຂຶ້ນ​ສູງເຖິງ​ 25,6%

ຈາກຂໍ້ມູນຂອງສູນສະຖິຕິແຫ່ງຊາດລາຍງານ ອັດຕາເງິນເຟີ້ລວມເດືອນກໍລະກົດ 2022 ທຽບ ປີຕໍ່ປີ ຫຼື​ ທຽບກັບເດືອນດຽວກັນຂອງປີຜ່ານມາສູງຂຶ້ນ 25,6% (ເດືອນມີຖຸນາ 2022 ແມ່ນ 23,6%).​

ປັດໄຈ ແລະ​ ສາຍເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈດັ່ງນີ້:

1.​ ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາແມ່ນມາຈາກ,ໜື່ງ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ
ຕ່າງປະເທດຍັງສືບຕໍ່ເໜັງຕີງມາຮອດປະຈຸບັນ ສົ່ງຜົນໃຫ້ລາຄາສິນຄ້າປະເພດນຳເຂົ້າຖີບໂຕສູງຂຶ້ນ, ສອງລາຄານໍ້າມັນເຊື່ອໄຟ ແມ່ນຍັງມີການເໜັງຕີງເພີ່ມສູງຂຶ້ນ ເຖິງແມ່ນວ່າຈະເພີ່ມຂຶ້ນຕໍ່າກວ່າເດືອນຜ່ານມາ ແຕ່ກໍ່ຍັງກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ໝວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ​ ແລະ ບໍລິການ.​

2.​ ນອກຈາກນັ້ນ, ຍັງແມ່ນສາເຫດຂອງລະດູການ ຊຶ່ງໃນເດືອນກໍລະກົດເປັນໄລຍະລະດູຝົນເຮັດໃຫ້ຜົນຜະລິດກະສິກໍາ, ພືດຜັກສະໜອງບໍ່ພຽງພໍ ເປັນປັດໃຈໜຶ່ງໃຫ້ລາຄາໝວດສະບຽງອາຫານເໜັງຕີງໃນເດືອນນັ້ນ,​ ການເພີ່ມຂຶ້ນລາຄານໍ້າມັນ ແລະ ການອ່ອນຄ່າຂອງເງິນກີບ ຍັງເປັນປັດໃຈກະທົບທາງອ້ອມໃຫ້ສິນຄ້າ

ປະເພດອື່ນໆ (ລວມທັງສິນຄ້າບໍ່ໄດ້ນຳເຂົ້າ) ເພີ່ມສູງຂຶ້ນ; ໂດຍລວມແລ້ວຜົນກະທົບທາງອ້ອມຈະສົ່ງຜົນໃນສິນຄ້າປະເພດອື່ນໆເໜັງຕີງໃນໄລຍະຍາວ 2-3 ເດືອນ.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *