ວົງເງີນພາສີໃນ ສປປລ ບໍ່ໄດ້ນອ້ຍ ຖ້າມາສຶກສາເບີ່ງຕາມບົດລາຍງານຂອງທ່ານບຸນໂຈມ. ແຕ່ເປັນຫັຍງ ລາຍໄດ້ຈາກວົງເງີນນີ້ເຂົາງົບ ລຖບ ຈື່ງນອ້ຍແລະເອົາມາບໍລິຫານຊາດບໍ່ກຸ້ມ? ທ່ານບຸນໂຈມ ບອກວ່າ:
1. ງົບຮົ່ວໄຫຼ (ຄວາມຈິງ ບໍ່ແມ່ນເລື່ອງໃໝ, ເລື່ອງຊໍ້າເຮື້ອ)
2. ລະບົບເສຍພາສີລ້າສະໄໝ (ໄຕກະບອງ ສານມອງ)
ໃນຂໍ້ 1. ບັນຫາງົບຮົ່ວໄຫຼ ກຊ ຫຼື ລຖບ ແກ້ບໍ່ທັນໄດ້ ຈົນເທົ່າທຸກວັນນີ້. ແຕ່ລະເຂດແຂ້ວນ ແຕ່ເໜືອຫາໄຕ້ ແຂ່ງກັນໃນວິຊາມິດຊາຊີບນີ້. ຫຼບ 71, ສະຫັວນ 53ຕື້, ເຊກອງ…ແລະຫຼາຍມ່ອງອີກ, ເປັນເດີມພັນແລະຊໍ້າເຮື້ອມາຕະຫຼອດການ. ແຕ່ 2016-2021 ເງີນບໍ່ເຂົ້າງົບ ລຖບ ເຖີງ 8000ປາຍຕື້ກີບ (ຫຼາຍກ່ວາ 500 ລ້ານປາຍສະຫະລັດ. ບໍ່ແປກ ໃຜເປັນນາຍ ເປັນເລຂາພັກແຂວງ ເຈົ້າແຂວງ ຫົວໜ້າກົມ ຫົວໜ້າພະແນກ…ບາງຄົນ ມີລັດຂີ່ເປັນແສນໆໂດລາ ຖານະດີກ່ວາເສດຖີໃນປະເທດພັດທະນາ…ພວກສໍ້ໂກງ!).
ຄວາມຈິງເລື່ອງນີ້ ພໍປານເກັບປູເຂົ້າກະດົງ. ເຮົາມາພະວົງນໍາກັນວ່າ ຖ້າຢູ່ສູນກາງພາກັນແຮ່ເອົາແພດໝໍ, ຊ່າງໄຟຟ້າມາກໍາກັບບັນຊີແຫ່ງຊາດແລະສູນກາງຫາກໍ່ປະຕິຮູບບຸກຄະລະກອນຕົນເອງໃນປີ ສອງປີຜ່ານມານີ້ ດ້ວຍວິທີການຢ່າງລົ້ມລຸກຄຸກຄານ, ກ່າວຄານໄດ້ໂລດວ່າ ພະແນກການເງີນແຕ່ແຂວງ ແຮ່ງໂຫດຮ້າຍພຽງໃດ ໃນເຄືອຄາຍໝາຍປອງ ຄອງສວບກິນງົບປະມານລັດຢ່າງເປັນລະບົບໃນຈຸ້ມເຈື້ອເຊື້ອສາຍຂອງເຈົ້ານາຍແຕ່ລະທ້ອງຖິ່ນທີ່ຫ່າງໄກຈາກສາຍຕາຂອງສູນກາງ (ໂດຍລວມ)? ຂພຈ ບໍ່ຢາກວາດພາບເຖີງເລີຍ!
ໃນຂໍ້ 2. ແມ່ນ! ໃຊ້ຄົນໄປຈົດກາຍພາສີອາກອນນໍາຫົວໜວ່ຍທຸລະກິດ ໃຊ້ຊ່າງໄຟແລະແພດໝໍໄປກໍ່ໄດ້ ແຕ່ຫາກບໍ່ໄດ້ງົບເຕັມເມັດເຕັມໜວ່ຍ. ເລື່ອງມັນກາຈະແຈ້ງແລ້ວ ຖ້າເອົາຄົນບໍ່ຈິງໃຈແລະຈິງຈັງກັບວຽກງານຕົນເອງ (ຄົນເຂົ້າມາຢູ່ກະຊວງໜື່ງ ທີ່ບໍ່ເມາະສົມກັບວິຊາຮຽນຕົນເອງຫຼືຊື້ເຂົ້າມາ ສວ່ນຫຼາຍ ເປັນຄົນແອບແຝງມາສ້າງລະບົບຍໍ້ທໍ້ໃຫ້ຂະແໜງແລະໃຫ້ຕົນເອງ ທັງນັ້ນ)?
ແຕ່ການໃຊ້ເຄື່ອງມືທັນສະໄໝ (ເອເລັກໂຕຣນິກ) ບວກກັບບຸກຄະລະກອນມີຄວາມຮູ້ ຄວາມສາມາດໃນວິຊາບັນຊີ ພາສີອາກອນ…ລັດສາມາດເພີ່ມປະລິມານພາສີອາກອນໃຫ້ງົບຊາດຢ່າງມະຫາສານແລະໄກກັນປານຟ້າກັບດິນ. ຕົວຢ່າງ ປີ 2021 (ຕອນເອົາມື້ຈົດກ່າຍເອົາ) ລັດເກັບພາສີນໍາຫົວໜວ່ຍທຸລະກິດ SME ໄດ້ທັງໝົດ 2,3ຕື້ກີບ (ຫາກໍ່ຮູ້ວ່າ ພາສີຈາກ SME ນອ້ຍສໍາເມັດງ່າ ໃນຂະນະລາຍຈ່າຍໃຫ່ຍສໍາກອງຂີ້ຄວາຍ).
ແຕ່ພາຍຫຼັງນໍາໃຊ້ລະບົບເອເລັກໂຕຣນິກໃນຫຼາຍໆຫົວໜວ່ຍທຸລະກິດ (ໂດຍສະເພາະ 4000ພັນປາຍ ໃນນະຄອນຫຼວງວຽງຈັນ) ລັດສາມາດເກັບພາສີໃນໄລຍະພຽງແຕ່ສາມເດືອນເທົ່ານັ້ນ ໄດ້ເຖີງ 2,5 ຕື້ກີບ (ກາຍປະລິມານລາຍຮັບໝົດປີ 2021).
ຖ້າລາຍຮັບພາສີຈາກພາກສ່ວນ SME ລະອຽດ ຈະແຈ້ງ ແບບນີ້ສະໝໍ່າສະເໝີໄປ ຈົນໝົດປີ 2022 ລັດຈະໄດ້ພາສີເພີ່ມຈາກຂະແໜງນີ້ຕໍ່າສຸດ 10 ຕື້ກີບ (ບໍ່ຫຼາຍ, ແຕ່ເປັນບາດກ້າວໜັກແໜ້ນ, ຈາກ 2,3 ມາເປັນ 10. ເພີ່ມຂື້ນຕັ້ງ 4 ທົບປາຍຂອງປີຜ່ານມາ).
ອີກຕົວຢ່າງຕໍ່ໄປ: ການໃຊ້ລະບົບເກັບພາສີຜ່ານບັນຊີເອເລັກໂຕຣນິກ ໃນບໍລິສັດໃຫ່ຍແຫ່ງໜື່ງໃນນະຄອນຫຼວງ ກຊ ສາມາດບັນລຸປະລິມານພາສີຈາກ 4 ຕື້ໃນໄລຍະຜ່ານມາໆເປັນ 13 ຕື້ກີບ ຢ່າງຕາຄ້າງ (ເກີນປະລິມານເກົ່າ ກາຍ 3 ເທົ່າ. ມັນເປັນໄປໄດ້ຈັ່ງໃດ?).
ພຽງສອງຕົວຢ່າງນີ້ ສອ່ງແສງໃຫ້ເຮົາເຫັນວ່າ ຄວາມດອ້ຍພັດທະນາ ໃນການເກັບພາສີອາກອນຂອງປະເທດເຮົາ ຕໍ່າຕອ້ຍຫຼາຍ. ບໍ່ແປກ ທີ່ຈີດີພີ ສປປລ ດີມາຕະຫຼອດແລະເພີ່ມຂື້ນຕາມລໍາດັບ, ແຕ່ງົບຊາດບໍ່ເພີ່ມຕາມມາດຕາສວ່ນທີ່ຄວນເພີ່ມແລະເຮົາສັງເກດໄດ້ອີກໜື່ງປະກົດການຍໍ້ທໍ້ໃນຫຼາຍໆຫົວໜວ່ຍທຸລະກິດໃນລາວ ທີ່ບໍ່ຈ່າຍພາສີ ລົບຫຼີກພາສີ ໜີພາສີ…ຈົນສາມາດສ້າງອະນາເຂດ ອໍານາດ ຊັບສິນໃຫ້ທຸລະກິດຕົນເອງໄດ້ງ່າຍແລະສະບາຍ ກາຍອົງກອນ ລຖບ ໄປທຸກໆບອ່ນ, ບໍ່ວ່າ ງົບສ້າງທາງ ບົວລະບັດທາງ ງົບອຸດໜູນພະລະກອນ….ຈົນຮອດຄັງເງີນສໍາຮອງ ຢ້ານນັກທຸລະກິດໃນລາວມີຫຼາຍກ່ວາສໍ້າ.
ສະຫຼູບໄດ້ອີກວ່າ ນັກທຸລະກິດໃນລາວ ເປັນຜູ້ໂຊກທີ່ລັດບໍ່ເຂັ່ງຂັດຫຼືຍັງໃຊ້ວິທີປະຖົມປະຖານກັບການເກັບພາສີ ໃນໄລຍະຜ່ານມາ. ຮ້າຍແຮງກ່ວານີ້ອີກຄືການສົມຮູ້ຮວ່ມຄິດລະຫ່ວາງເຈົ້າໜ້າທີ່ລັດກັບຜູ້ເສຍພາສີ ເພື່ອລັກໜີພາສີຢ່າງເປັນຂະບວນການ. ສະນັ້ນ ຜູ້ເສຍພາສີຈື່່ງລະເລີຍ ນັ່ງດື່ມເບຍເສີຍໆ ລໍຖ້າໃຫ້ຊຽງເລີຍ (ຊ່າງໄຟຟ້າ) ມາດື່ມນໍາ ເປັນສາຍເຫດທີ່ເຂົາເຈົ້າ ບໍ່ເອົາໃຈໃສ່ຕໍ່ລາຍຮັບລາຍຈ່າຍຕົນເອງພໍປານໃດ,
ເຊັ່ນ ນັກທຸລະກິດທີ່ເປີດບໍລິສັດບໍ່ຮອດ 3 ປີ ມີລົດຂີ່ເປັນເຄີ່ງແສນຫຼືແສນໆໂດລາໄປແລ້ວແລະທໍາຕົວເໝືອນເສດຖີມີຊັບມະຫາສານ ເພາະຄວາມຈັງໄຮແລະພະຍາດສວ່ນຕົວ ຂອງນັກທຸລະກິດແຕ່ລະຄົນຄື ພະຍາຍາມຈ່າຍພາສີໃຫ້ລັດ ນອ້ຍທີ່ສຸດ. ຈາກປະກົດການນີ້ ການເສຍພາສີອາກອນໃຫ້ລັດ ຈື່ງກາຍເປັນເກມໝາກດາມລະຫວ່າງຜູ້ເສຍພາສີແລະຜູ້ຮັບພາສີໄປຕະຫຼອດການ.
ຖ້າເອົາຊ່າງໄຟຟ້າຫຼືແພດໝໍ ມາຫຼີ້ນໝາກດາມກັບຜູ້ເສຍພາສີ ບໍ່ແປກ ທີ່ຜູ້ຮັບພາສີ ບໍ່ໄດ້ 1/3 ຫຼືຫຼາຍກ່ວານີ້ ຂອງວົງເງີນພາສີໃນ ສປປລ ປະຈຸບັນ. ຫົວໜວ່ຍທຸລະກິດໃນ ສປປລ ລວມທັງໝົດ 140.000 ປາຍຫົວໜວ່ຍ (ທ່ານບຸນໂຈມສະເໜີວັນທີ່ 15 ພຽງ 130.000 ປາຍ ຫົວໜວ່ຍ. ມາຮອດວັນທີ່ 21 ເພີ່ມຂື້ນ 10 ພັນ ໂດຍໄວວາ?) ເກັບພາສີພາຍໃນ 5 ເດືອນໄດ້ພຽງ 7000 ປາຍຕື້ກີບ. ໜ້າຈະເກັບໄດ້ 3 – 4ທົບ (>21.000ພັນຕື້ກີບ ຂື້ນໄປ?) ຖ້າເອົາຄົນເກັ່ງມາຫຼີນແຂ່ງກັບຜູ້ເສຍພາສີແລະອ່ານເຕັກນິກເຊື່ອງຊ້ອນການຍ້າຍໝາກດາມຂອງເຂົາເຈົ້າອອກ!?
24.06.22, @ສຸລັດ ທຸມມະວົງ