ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ເຝົ້າລະວັງ ພາຍຸໝູນເຂດຮ້ອນ ເຖິງປະຊາຊົນບັນດາເຜົ່າ ແຂວງພາກເໜືອ ແລະ ພາກກາງ ທີ່ກຳລັງກໍ່ຕົວຢູ່ ເຂດທະເລຈີນໃຕ້ຕອນກາງ ແລະ ຈະເຄື່ອນທີ່ຂື້ນຝັ່ງພາກກາງ ຂອງປະເທດຫວຽດນາມ ແລະ ເຂົ້າສູ່ລາວ
ໄລຍະວັນທີ 8 – 13 ຫາ ທ້າຍເດືອນ ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານ ພາກເໜືອ ລົງຫາ ພາກກາງ ປ່ອງໃສ່ລົມພາຍຸໝຸນເຂດຮ້ອນ ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ ແລະ ມີທ່າອ່ຽງຈະເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອປະເທດຫວຽດນາມ
ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ດ້ວຍກຳລັງປານກາງ ຫາ ແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ຫາ ຕົກໜັກຫຼາຍຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ.
ຄຳເຕືອນເພື່ອເຝົ້າລະວັງ.
ໃນໄລຍະເດືອນ ສິງຫາ ຫາ ຕົ້ນເດືອນ ຕຸລາ 2022 ແມ່ນໄລຍະທີ່ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ພ້ອມດຽວກັນ ພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ຊຶ່ງຈະສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ແລະ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຊຶ່ງຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ ແລະ ນໍ້າຖ້ວມຍື່ງ ເກີດຂຶ້ນຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຄວນມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ.
ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈຳ.