ໃຜມີແຟນມັກຈົ່ມຢ່າຟ້າວນ້ອຍໃຈ ເພາະວິໄຈເຜີຍວ່າ ການທີ່ໄດ້ຄົນຂອງໃຈເປັນຄົນມັກຈົ່ມ ຫລື ຈູ້ຈີ້ ນັ້ນມີຂໍ້ດີຫລາຍດີຫຼາຍຢ່າງເລີຍ.
ນອກຈາກຄໍາວ່າຮັກ ແລະ ຫ່ວງໃຍ ການວິໄຈ ຈາກສະຫະລັດອາເມລິກາຍັງບອກອີກວ່າ ແຟນຂອງເຈົ້າ ຈະເປັນຄູ່ຄອງ ທີ່ຊ່ວຍເຮັດໃຫ້ຄົນຮັກອາຍຸຍືນ ແລະ ສຸຂະພາບດີນໍາອີກ ເພາະລາວຈະໃສ່ໃຈຕະຫລອດເວລາ ເອົາເປັນວ່າຈົ່ມກໍເພາະຮັກ
ຕົວຢ່າງ: ຖ້າແຟນເຈັບເປັນ ຫຼື ບໍ່ສະບາຍ ກໍຈະເບິ່ງແຍງ ແລະ ເບິ່ງເລື່ອງອາຫານການກິນເປັນຕົ້ນ ກາຍເປັນວ່າເຮັດໃຫ້ສຸຂະພາບດີຂຶ້ນແບບບໍ່ໜ້າເຊື່ອ
ແຕ່ແນວໃດກໍຕາມ ທຸກຄົນຄວນຈະຢູ່ໃນຂອບເຂດ ບໍ່ຄວນອອກຄໍາສັ່ງ ຫຼື ຈົ່ມຫລາຍເກີນໄປ ເພາະອາດຈະເຮັດໃຫ້ນໍາມາເຖິງຄວາມບໍ່ເຂົ້າໃຈກັນ ແລະ ເລີກລາກັນໄດ້.