ເວົ້າເລື່ອງໄຂ່ ຫຼາຍໆບ້ານຄົງມີໄວ້ປະຈໍາຕູ້ດເຢັນ ເພື່ອໄວ້ແຕ່ງກິນ ບໍ່ວ່າຈະເປັນ ຈືນ ໄຂ່ ຕົ້ມ ໄຂ່ ແກງໄຂ່ ແລະ ອື່ນໆ ສາລະພັດເມນູໄຂ່ ທີ່ເຮັດໄດ້ງ່າຍໆ ແຕ່ທ່ານຮູ້ຫຼືບໍວ່າ ນອກຈາກໄຂ່ ຈະມີປະໂຫຍດທາງສານອາຫານຕໍ່ຮ່າງກາຍເຮົາແລ້ວ, ເປືອກໄຂ່ກໍມີປະໂຫຍດຫຼາຍຄືກັນ ພຽງແຕ່ນໍາເປືອກໄຂ່ໄປຂາງໄຟຽໜ້ອຍໜຶ່ງ, ບົດໃຫ້ລະອຽດ ແລ້ວໂລຍຮອບບ້ານເທົ່ານັ້ນກໍເກີດປະໂຫຍດໄດ້ ດັ່ງນີ້:
1. ເປືອກໄຂ່ສາມາດໄລ່ມົດໄດ້: ນໍາເປືອກໄຂ່ທີ່ເຜົາໄຟ ແລ້ວບົດລະອຽດ ເມື່ອຜະສົມກັບນໍ້າກໍຈະໄດ້ແຄຊຽມໄຮດອກໄຊ ທີ່ມົດບໍ່ມັກເຮັດໃຫ້ມົດໜີໄປ. ພຽງທ່ານລ້າງເປືອກໄຂ່ໃຫ້ສະອາດ ແລ້ວນໍາໄປຂາງໄຟໃຫ້ເຫລືອງ ແລະ ແຫ້ງ ແລ້ວຕໍາໃຫ້ລະອຽດ ຈາກນັ້ນນໍາໄປໂຮຍໃນບໍລິເວນທີ່ມີມົດ ຫລື ຮອບໆເຮືອນຈະສາມາດໄລ່ມົດໄປໄດ້.
2. ເປືອກໄຂ່ເພີ່ມແຄຊຽມໃຫ້ສັດລ້ຽງໄດ້: ເປືອກໄຂ່ອຸດົມດ້ວຍທາດເຫຼັກ ພຽງແຕ່ນໍາເປືອກໄຂ່ມາລ້າງໃຫ້ສະອາດຂາງໄຟໃຫ້ຮ້ອນ ແລ້ວຕໍາໃຫ້ເປັນຜົງລະອຽດ ນໍາໄປຜະສົມອາຫານສັດເປັນອາຫານ ສັດກໍຈະໄດຮັບສານອາຫານທີ່ດີ ,ແຂງແຮງ.
3. ເປັນເຄື່ອງມືຊ່ວຍເຮັດຄວາມສະອາດ: ສາມາດນໍາເປືອກໄຂ່ໄປໃຊ້ຂັດລ້າງອ່າງລ້າງຫນ້າອ່າງອາບນໍ້າໄດ້.
4. ໃຊ້ເປັນປຸ໋ຍໃຫ້ຕົ້ນໄມ້ໄດ້: ນໍາເປືອກໄຂ່ຕໍາເປັນຜົງ ໂຮຍລົງໄປໃນດິນ ຈະເຮັດໃຫ້ດິນມີຄວາມອຸດົມສົມບູນຫລາຍຂຶ້ນຊ່ວຍໃຫ້ພືດຜັກໃນບ້ານຂອງເຮົາຈະເລີນເຕີບໂຕຂຽວງາມກວ່າເກົ່າ.
5. ໃຊ້ ໄລ່ແມງໄມ້: ທຸບເປືອກໄຂ່ໄວ້ຕາມໃບຂອງຕົ້ນໄມ້ຈະຊ່ວຍປ້ອງກັນສັດພືດປະເພດທີ່ກິນໃບໄມ້ ເປັນອາຫານເຊັ່ນ: ຫນອນ, ດ້ວງ