ຈາກຜູ້ໃຊ້ເຟສບຸກຊື່Nanlany Namnouvong ໄດ້ໂພສໃນວັນທີ 05/08/2022 ວ່າ: ທຳອິດຄິດວ່າເຮັດແບບສອບຖາມ ແລ້ວຖືກດຣາມ້າຫຼາຍ ແລ້ວແຈ້ງແຕ່ເພີ້ມຖ້ຽວຊັ້ນດອກ
ລ້າສຸດ ຊື້ປີ້ລົດໄຟໃຫ້ຫຼານລະໄດ້ປີ້ຢືນ ທຳອິດກະເປັນງົງໆ ເພາະທີ່ຊື້ປີ້ໃຫ້ຍ້ອນບໍ່ຢາກໃຫ້ນັ່ງຕັກ ກັບຢ້ານຫຍຸ້ງຍາກຜູ້ອື່ນ.. ເລີຍເລືອກຊື້ປີ້
ໄປສອບຖາມພະນັກງານແລ້ວ ທຳອິດພະນັກງານກະງົງຄືກັນ.. ແຕ່ຜູ້ອອກປີ້ບອກວ່າ “ປີ້ເຕັມ.. ກະເລີຍອອກປີ້ຢືນໃຫ້” ໂອເຄນ້ຳເບີວັນ.. ຈ່າຍເງິນເຕັມ ເພື່ອໄດ້ປີ້ຢືນ ຕາມແບບສອບຖາມເລີຍ
ຫຼືວ່າຕອນຕອບແບບສອບຖາມ ມີຄົນຕອບເຫັນດີແມ່ນບໍ່? ກະເລີຍວ່າ ຂາຍປີ້ນັ່ງແດ່ ປີ້ຢືນແດ່ ມື້ໃດລົດໄຟເຕັມແຮງ ກະຊິຖືກເລກໄດ້ປີ້ຢືນ #ສາທຸ99 ເດີ
ແຫລ່ງທີ່ມາ: