ເຊື່ອກັນວ່າໝາກນາວເປັນພືດພື້ນບ້ານ ຫຼາຍຄົນອາດຍັງບໍ່ຮູ້ການໃຊ້ປະໂຫຍດຈາກໜາກນາວ ແກ້ລົມກອງລະອຽດ, ແກ້ເສມຫະ ໃຊ້ປຸງຢາຫອມແກ້ທາງລົມ
ໝາກນາວມີເປືອກທີ່ແຊບໃນແບບຕົວເອງ ແລະ ມີກີ່ນຫອມເປັນເອກະລັກໃນແບບຂອງມັນເອງ ໃຜທີ່ນອນບໍ່ຄ່ອຍຫຼັບກໍ່ເອົາໝາກນາວ 3 ໜ່ວຍມາວາງໄວ້ຂ້າງຕຽງຈະຊ່ວຍດູດສິ່ງດີເຂົ້າມາ ແລະ ຂັບໄລ່ສິ່ງບໍ່ດີອອກໄປ
ກ່ອນຈະວາງກໍ່ຜ່າໝາກນາວແຕ່ລະໜ່ວຍອອກເປັນ 4 ປ່ຽນ (ຕາມຮູບ) ແລ້ວແຊ່ເກືອ ເອົາມາວາງໄວ້ກ້ອງຕຽງກໍ່ໄດ້ ບູຮານເຊື່ອກັນວ່າໄລ່ສິ່ງຊົ່ວຮ້າຍອອກໄປໄດ້
3 ປະໂຫຍດດີໆຈາກໜາກນາວ
– ໜາກນາວເຫຼືອຈາກການບີບເອົານໍ້າອອກໂຍນໄວ້ຕາມມູນຫ້ອງນໍ້າ, ມູມບ້ານຈະຊ່ວຍຫຼຸດກິ່ນອັບໄດ້ດີ ສຳລັບໃຜທີ່ມີບັນຫາໃນການນອນຫຼັບ ແຕ່ລະຄືນລອງເອົາໝາກນາວມາເປັນຕົວຊ່ວຍ ຊຶ່ງໝາກນາວຫາໄດ້ທົ່ວໄປຕາມຕະຫຼາດ ແລະ ຄວນມີຕິດບ້ານໄວ້ກໍ່ດີ
-ນໍ້າໝາກນາວບີບໃສ່ຖ້ວຍປະສົມກັບນໍ້າອຸ່ນແລ້ວວາງໄວ້ຫ້ອງແອຈະເຮັດໃຫ້ອາກາດບໍລິສຸດຫຼາຍຂຶ້ນ ມີກິ່ນຫອມປອດໂປ່ງຫາຍໃຈສະດວກນອນຫຼັບສະບາຍ
-ນໍ້າໝາກນາວໜຶ່ງໜ່ວຍປະສົມນໍ້າອຸ່ນຕື່ມເກືອໜ່ອຍໜຶ່ງ, ນໍ້າເຜິ້ງເຄິ່ງບ່ວງກາເຟປະສົມໃຫ້ເຂົ້າກັນດື່ມກ່ອນນອນເປັນປະຈຳຊ່ວຍໃຫ້ນອນຫຼັບລຶກຫຼັບສະບາຍຂຶ້ນ
ແຫຼ່ງທີ່ມາ: krustory, th.wikipedia.org