ເປັນຕາຢ້ານແທ້..!! ຢາສູບໄຟຟ້າ ສ່ຽງເປັນມະເຮັງ ສູງກວ່າຢາສູບທຳມະດາ 2,2 ເທົ່າ

ງານວິໄຈທຳອິດທີ່ພົບວ່າ ຢາສູບໄຟຟ້າ ສ່ຽງເປັນມະເຮັງ ສູງກວ່າຢາສູບທຳມະດາ 2,2 ເທົ່າ

ລາຍງານທີ່ກ່າວເຖິງນີ້ ຕີພິມໃນວາລະສານມະເຮັງຂອງໂລກ ໃນເດືອນກຸມພາ 2022 ບົດລາຍງານການວິໄຈພົບວ່າ ສູບ ຢາສູບໄຟຟ້າ ສ່ຽງເປັນມະເຮັງ ສູງກວ່າຢາສູບທຳມະດາ 2,2 ເທົ່າ ສ່ຽງເປັນມະເຮັງປາກມົດລູກຫຼາຍກວ່າ 8 ເທົ່າ ມະເຮັງເມັດເລືອດຂາວ 7 ເທົ່າ ມະເຮັງຄໍຫອຍ 4 ເທົ່າ ແລະ ມະເຮັງຜິວໜັງ 3 ເທົ່າ ໃຊ້ເວລາພຽງ 10 ປີທໍ່ນັ້ນ ທຽບໃສ່ຢາສູບທຳມະດາທີ່ໃຊ້ເວລາເກືອບ 100ປີ ຈຶ່ງຄົ້ນພົບວ່າມີລາຍງານພາໃຫ້ເກີດເປັນມະເຮັງປອດ


ອາຍຸສະເຫຼ່ຍຂອງຜູ້ສູບຢາໄຟຟ້າໄດ້ຮັບການບົ່ງມະຕິວ່າເປັນມະເຮັງ ແມ່ນ 45ປີ ເມື່ອທຽບກັບອາຍຸສະເຫຼ່ຍການເປັນມະເຮັງຂອງຜູ້ສູບຢາທຳມະດາແມ່ນ 63ປີ ງານວິໄຈນີ້ ຖືເປັນຄັ້ງທຳອິດທີ່ໃຊ້ຄວາມຮູ້ທາງລະບາດວິທະຍາສຶກສາຄວາມສຳພັນຂອງການສູບຢາສູບໄຟຟ້າ ກັບການເກີດມະເຮັງໃນຄົນ

ທີ່ໜ້າຕົກໃຈແມ່ນ ຢາສູບໄຟຟ້າໃຊ້ກັນມາພຽງ 10 ກວ່າປີ ເທົ່ານັ້ນ ກໍຮູ້ວ່າ ເພີ່ມຄວາມສ່ຽງໃນການເກີດມະເຮັງ ເມື່ອທຽບກັບຢາສູບທຳມະດາ ທີ່ໃຊ້ເວລາຍາວນານເປັນ 100ປີ

ທ່ານ ສາສະດາຈານ ດຣ. ປະກິດ ວາທີສາທົກກິດ ເລຂາທິການກິດຕິມະສັກ ມູນລະນິທິປຸກລະດົມເພື່ອການບໍ່ສູບຢາ ປະເທດໄທ ກ່າວວ່າ “ງານວິໄຈໄດ້ສະແດງໃຫ້ເຫັນເຖິງການສູບຢາໄຟຟ້າ ສ່ຽງຕໍ່ການເກີດມະເຮັງຕັ້ງແຕ່ອາຍຸຍັງນ້ອຍ ທີ່ສໍາຄັນ ທຸລະກິດຢາສູບ ໄດ້ເລັ່ງເປົ້າໝາຍໃສ່ກຸ່ມຄົນອາຍຸນ້ອຍ ກໍ່ໃຫ້ເກີດບັນຫາການເສບຕິດຢາສູບໄຟຟ້າໃນເດັກ ແລະ ເຍົາວະຊົນ ຂື້ນໃນຫຼາຍປະເທດຕ່າງໆ ເຊັ່ນ

ອັງກິດທີ່ມີກົດໝາຍຄວບຄຸມເຄັ່ງຄັດ ຍັງພົບວ່າ ເດັກອາຍຸຕໍ່າກວ່າ 18 ປີ ສູບຢາໄຟຟ້າເພີ່ມຂຶ້ນ 2 ເທົ່າ ທັງທີ່ມີກົດໝາຍຫ້າມຂາຍໃຫ້ຄົນອາຍຸຕໍ່າກວ່າ 18 ປີ ເຮັດໃຫ້ແພດໝໍໃນອັງກິດອອກມາເຕືອນວ່າ ປັນຫາການສູບຢາໄຟຟ້າຂອງເດັກນ້ອຍອັງກິດ ກາຍເປັນໄພພິບັດທາງສາທາລະນະສຸກ ເດັກທີ່ສົນໃຈການສູບຢາໄຟຟ້າສ່ວນໜຶ່ງເກີດຈາກຄວາມເຂົ້າໃຈຜິດວ່າ

ຢາສູບໄຟຟ້າບໍ່ອັນຕະລາຍ ບໍ່ເສບຕິດ ລວມເຖິງຮູບລັກສະນະທີ່ທັນສະໄໝ ໜ້າສົນໃຈ ມີກິ່ນຫອມ ແລະ ໂຄສະນາຊວນເຊື່ອທາງສື່ອອນໄລ ເຮັດໃຫ້ເດັກຢາກຮູ້ ຢາກລອງ ສົ່ງຜົນຕໍ່ການເສບຕິດຢາສູບໄຟຟ້າ ແລະ ເພີ່ມຄວາມເຂັ້ມຂຸ້ນຂອງສານນິໂກຕິນທີ່ເປັນສານເສບຕິດອັນຕະລາຍ

ຄວາມຈຳເປັນຢ່າງຮີບດ່ວນແມ່ນ ການໃຫ້ຄວາມຮູ້ ຄວາມເຂົ້າໃຈທີ່ຖືກຕ້ອງແກ່ສັງຄົມ ກ່ຽວກັບຢາສູບໄຟຟ້າ ໂດຍສະເພາະ ເດັກນ້ອຍ ແລະ ໄວລຸ້ນ ສ້າງຄວາມຮ່ວມມືກັນສະໜັບສະໜູນໃຫ້ມີການຈັດຕັ້ງປະຕິບາດມາດຕະການຫ້າມຢາສູບໄຟຟ້າ ແລະ ປາບປາມຢ່າງຈິງຈັງ

ອ້າງອິງ: bit.ly/3JbXn9E

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *