ວັນທີ 22 ມິຖຸນາ 2022 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາບແຫ່ງຊາດ ຊຸດທີ IX ກ່ຽວກັບການແກ້ໄຂດ້ານເງິນຕາ
ໂດຍສະເພາະອັດຕາແລກປ່ຽນ, ທະນາຄານແຫ່ງ ສປປ ລາວ ໄດ້ເຂັ້ມງວດກວດກາຮ້ານແລກປ່ຽນ ແລະ ມີການຕັກເຕືອນ, ປັບໄໝ, ຖອນໃບອະນຸຍາດບັນດາຮ້ານທີ່ຜິດລະບຽບ ຈຶ່ງເຮັດໃຫ້ອັດຕາແລກປ່ຽນໃນວັນທີ 22 ມິຖຸນາ ຫຼຸດລົງ ຂະຫຍັບໃກ້ເຂົ້າຫາກັນ ລະຫວ່າງ ທະນາຄານ ແລະ ຕະຫຼາດແລກປ່ຽນນອກລະບົບ.
ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ໃນວັນທີ 14 ມິຖຸນາ 2022 ຈຳກັດຂອບເຂດຂອງຮ້ານແລກປ່ຽນຕົວແທນໃຫ້ຊື້-ຂາຍເງິນຕາຕ່າງປະເທດກັບບຸກຄົນເທົ່ານັ້ນ ວົງເງິນ 15 ລ້ານກີບຕໍ່ຄົນຕໍ່ວັນ, ສ່ວນນິຕິນິບັກຄົນ, ອົງການຈັດຕັ້ງ ກຳນົດໃຫ້ໄປແລກປ່ຽນນຳທະນາຄານທຸລະກິດ, ໄດ້ອອກພັນທະບັດ 5.000 ຕື້ກີບ ເພື່ອຄຸ້ມຄອງປະລິມານເງິນ M2 ເຊິ່ງມີຜົນຕອບຮັບຈາກສັງຄົມ ເພື່ອຊ່ວຍໃຫ້ການແກ້ໄຂບັນຫາເງິນຕາ.
ນອກຈາກນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ສົມທົບພາກສ່ວນກ່ຽວຂ້ອງໃນການເພີ່ມທະວີເຄື່ອນໄຫວແກ້ໄຂຂະບວນການປັ່ນປ່ວນຂອງບັນດາຫ້າງຮ້ານ ແລະ ບຸກຄົນ, ນິຕິບຸກຄົນ ໃນການຊື້-ຂາຍເງິນຕາອອນລາຍ ແລະ ປະຕິບັດມາດຕະການເດັດຂາດຕໍ່ການເຄື່ອນໄຫວທີ່ບໍ່ສອດຄ່ອງ ເຊິ່ງໄດ້ມີການແກ້ໄຂ,
ສຶກສາອົບຮົມປັບໄໝ ແລະ ກໍລະນີຍັງສືບຕໍ່ຝ່າຝືນ ຈະໄດ້ປະຕິບັດມາດຕະການເຂັ້ມງວດຕາມກົດໝາຍ ແລະ ປະຕິບັດນະໂຍບາຍການສົ່ງເສີມການໃຊ້ເງິນກີບຢູ່ໃນປະເທດດ້ວຍຫຼາຍຮູບແບບ.