ບ້ານໃດກຳລັງມີບັນຫາກ່ຽວກັບແມງໄມ້ຕ່າງໝໆທີ່ມັກມາຕອມອາຫານເຮັດໃຫ້ລຳຄານໃຈບໍ່ວ່າຈະເປັນຍຸງ ຫຼື ແມງວັນ ມື້ນີ້ແອັດມີວິທີກຳຈັດສິ່ງເຫຼົ່ານີ້ມາຝາກ ກັບວິທີງ່າຍໆດັ່ງນີ້:
ໃຊ້ເປືອກໝາກໂມກັບນໍ້າຕານ
ເຮືອນໃຜມີບັນຫ່ແມງວັນ ຕອມບໍລິເວນບ້ານໃຫ້ໃຊ້ເປືອກໝາກໂມແກ້ບັນຫາໄດ້ ເພາະໂດຍປົກກະຕິເຮົາກິນໝາກໂມແລ້ວກໍ່ຈະເອົາເປືອກໄປຖີ້ມ ມື້ນີ້ເຮົາຈະພານຳເປືອກໝາກໂມມາໃຊ້ໃຫ້ເກີດປະໂຫຍດ
ວິທີເຮັດ
– ໃຫ້ກຽມພາສະນະ 1 ອັນ ເຊັ່ນ: ກະປ໋ອງພລາສຕິກ ຊາມທີ່ບໍ່ໃຊ້ແລ້ວ
– ນຳເປືອກໝາກໂມມາໃສ່ກະປ໋ອງ ຫຼື ຊາມທີ່ກຽມໄວ້
– ໃສ່ນໍ້າຕານລົງໄປ
– ຈາກນັ້ນໃສ່ນໍ້າຢາລ້າງຖ້ວຍລົງໄປເລັກນ້ອຍ ຄົນໃຫ້ທົ່ວເປືອກໝາກໂມ
– ເມື່ອປະສົມທຸກຢ່າງເຂົ້າກັນດີແລ້ວປິກຝາໄວ້ ແລ້ວເຈາະຮູເຄິ່ງກາງຝາ ປະມານ 3-4 ຊົ່ວໂມງ ເພື່ອໃຫ້ເປັນອຸປະກອນໃນການດັກຈັບ
– ຂັ້ນຕອນສຸດທ້າຍກໍ່ໃຫ້ນຳໄປວາງໄວ້ເທິງໂຕະ ຫຼື ບໍລິເວນທີ່ມີແມງວັນຕອມ
ວິທີການເຮັດວຽກ: ນໍ້າຕານ ແລະ ເປືອກໝາກໂມທີ່ມີກິ່ນຫວານໆ ຈະເປັນຕົວລໍ້ຢ່າງດີ ເມື່ອມັນບິນເຂົ້າມາກະປ໋ອງທີ່ປິດຝາໄວ້ ກໍ່ບໍ່ສາມາດບິນອອກໄປໄດ້
– ໃສ່ສະບູກັບນໍ້າຕານຊາຍ
ນອກຈາກແມງວັນ ກໍ່ຍັງມີສິ່ງທີ່ມີຊີວິດອີກຊະນິດໜຶ່ງ ທີ່ສ້າງຄວາມລຳຄານຄືກັບຍຸງ ແລ້ວຍັງເປັນພາຫນະນຳເຊື້ອໂລກມາສູ່ເຮົາອີກດ້ວຍ ດັ່ງນັ້ນເຮົາຄວນກຳຈັດບໍ່ໃຫ້ເຫຼືອຊາກ ດ້ວຍການໃຊ້ປະໂຫຍດຈາກເສດສະບູ
ວິທີເຮັດ
– ໃຫ້ກຽມພາສະນະ 1 ອັນ ແລລະ ສະບູ 1 ກ້ອນ
– ຈາກນັ້ນກໍ່ໃຫ້ຂູດສະບູເປັນຕ່ອນນ້ອຍໆລົງໄປໃນສິ່ງທີ່ກຽມໄວ້
– ໃສ່ແຟັບລົງໄປ 2 ບ່ວງ, ນໍ້າຕານ 1 ບ່ວງ ແລະ ນໍ້າ ຈາກນັ້ນຄົນໃຫ້ເຂົ້າກັນ
– ນຳພາສະນະທີ່ມີສ່ວນປະສົມຕ່າງໆໄປວາງໄວ້ບໍລິເວນແຄບອັບ
ວິທີການເຮັດວຽກ: ນໍ້າຕານເປັນຂອງຫວານ ຊຶ່ງຈະເປັນຕົວດຶງດູດ ແລະ ລໍ້ພວກມັນໃຫ້ມາວາງໄຂ້ໃນນໍ້າ ແລະ ສະບູມີລິດເປັນດ່າງກໍ່ຈະເຄືອບຕິດທີ່ປີກເຮັດໃຫ້ພວກມັນບໍ່ສາມາດບິນໜີອອກໄປໄດ້ ເຮັດໃຫ້ມັນຕິດກັບດັກທີ່ເຮົາເຮັດໄວ້
ພຽງເທົ່ານີ້ກໍ່ຈະໝົດບັນຫາ ແລະ ບໍ່ມີແນວໃຫ້ມາກວນໃຈອີກຕໍ່ໄປ ລອງນຳໄປເຮັດເດີ້ທຸກຄົນ
ແຫຼ່ງທີ່ມາ: https://bitcoretech.com