ມາເບີ່ງ 9 ຂໍ້ຫ້າມບໍ່ໃຫ້ເຮັດ ເວລາໄປເຮືອນດີ ໄປງານສົບ ຫຼື ສົງສະການຄົນຕາຍ

ຂໍ້ຫ້າມຂອງຄົນບູຮານ ທີ່ຮຸ່ນປູ່ຍ່າຕານາຍເຖົ້າແກ່ ອາວຸໂສເພິ່ນເຄີຍຫ້າມກັນວ່າ “ຄະລຳ” ເຊິ່ງໝາຍເຖິງ ການຫຼີກລ້ຽງບໍ່ເຮັດໃນສິ່ງ ດັ່ງກ່າວນັ້ນ, ຖ້າຜູ້ໃດຂືນເຮັດ ໄປກໍຈະເຮັດໃຫ້ມີອັນເປັນໄປ ໄດ້ແກ່ຄວາມເຈັບໄຂ້ໄດ້ພະ ຍາດຈົນເຖິງຂັ້ນເສຍຊີວິດ ກໍມີ. ສິ່ງທີ່ຊາວບູຮານຫ້າມ ນັ້ນມີຫຼາກຫຼາຍ ໃນບົດນີ້ຜູ້ ຂຽນຈະນຳສະເໜີເຫດຜົນ ຂອງການຫ້າມກ່ຽວກັບການໄປຮ່ວມງານສົບ ຫຼື ສົ່ງສະ ການຄົນຕາຍທັງໝົດ 9 ຂໍ້ຄື:

1)ຫ້າມບໍ່ໃຫ້ຄົນຖືພາ ໄປງານສົ່ງສະການ ເພາະ ຊາວບູຮານເຊື່ອວ່າຜີຈະມາ ເອົາຂວັນເດັກ ນ້ອຍຢູ່ໃນ ທ້ອງໄປ. ການທີ່ຊາວບູຮານ ຫ້າມນັ້ນມີເຫດ ຜົນຍ້ອນວ່າ ແມ່ມານເປັນຜູ້ທີ່ອຸ້ມທ້ອງ ເຮັດໃຫ້ມີຄວາມລຳບາກໃນການຍ່າງເວລາໄປຕື່ນຕົກໃຈ ເຮັດໃຫ້ມີຜົນກະທົບດ້ານລົບຕໍ່ ເດັກໃນທ້ອງ.

2)ຫ້າມຄົນເປັນປະຈຳ ເດືອນໄປງານສົບ ເພາະເຊື່ອ ວ່າຜີເຫັນເລືອດໄຫລອອກມາ ແລ້ວຜີຊິເອົາຂວັນຜູ້ນັ້ນ ໄປຢູ່ນຳ. ເລື່ອງນີ້ຕ້ອງນຶກ ເຖິງຄົນສະໄໝບູຮານຍັງ ບໍ່ທັນມີຜ້າອະນາໄມຮອງ ຄືປັດຈຸບັນນີ້, ດັ່ງນັ້ນຜູ້ເປັນ ປະຈຳເດືອນຕ້ອງໄດ້ຢູ່ເຮືອນ ຈົນກວ່າເລືອດຈະອອກມາ ຫວິດແລ້ວ ຈຶ່ງໄປຫາສັງຄົມໄດ້ ເຊິ່ງບໍ່ແມ່ນຫ້າມສະເພາະ ແຕ່ງານສົບເທົ່ານັ້ນງານ ອື່ນໆ ກໍ ຫ້າມເຊັ່ນກັນ.

3) ຫ້າມຍ້ອງດອກ ໄມ້ຢູ່ ເຮືອນສົບວ່າງາມ ເພາະເປັນ ລາງວ່າຢາກໄດ້ແລ້ວກໍຈະ ເຮັດໃຫ້ມີອັນເປັນໄປ. ແຕ່ ຄວາມເປັນຈິງ ດອກໄມ້ທີ່ຢູ່ ໃນ ງານສົບນັ້ນເປັນສັນຍະລັກບອກວ່າ ຊີວິດຂອງຄົນ ເຮົາກໍຈະຫ່ຽວໄປຕາມການ ເວລາແລະ ຖ້າຍ້ອງວ່າງາມ ພໍ່່ແມ່ພີ້ນ້ອງຜູ້ຕາຍກໍຈະບໍ່ ດີໃຈ.

4) ຫ້າມຕໍ່ທຽນຈາກຜູ້ ອື່ນເວລາໄປຈູດສົບ ຂໍ້ນີ້ເປັນ ປິດສະໜາທຳວ່າດ້ວຍ ການ ເກີດ, ການກະທຳ, ການຕາຍເປັນເລື່ອງຂອງບຸກຄົນເຮົາ ຕ້ອງເຮັດດ້ວຍຕົນເອງ ດັ່ງນັ້ນ ການຈູດໄຟ ກໍຄືຊີວິດ ຕ້ອງເຮັດໃຫ້ຮຸ່ງໃສດ້ວຍຕົວ ເຮົາເອງ.

5)ຫ້າມຄົນທີ່ບໍ່ສະບາຍ ໄປງານສົບ ເພາະເຊື່ອວ່າ ຂວັນອ່ອນຜິຊິເອົາໄດ້ງ່າຍ ເຊິ່ງໃນຄວາມເປັນຈິງແລ້ວ ຜູ້ບໍ່ສະບາຍ ບໍ່ວ່າອະດີດ ຫຼື ປັດຈຸບັນກໍບໍ່ສົມຄວນ.

6)ຫ້າມຫົວສຽງດັງ ເພາະເຊື່ອວ່າງານສົບແມ່ນ ງານທີ່ມີຄວາມສຸກຂອງ ຜີຖ້າຫາກໃຜຫົວສຽງດັງ ຜີຈະຄິດວ່າເປັນພວກດຽວ ກັບມັນ. ເມື່ອເຮົາອ່ານແລ້ວ ກໍເຮັດໃຫ້ເຮົານຶກເຫັນວ່າ ຜີນັ້ນມີຕົວຕົນ ແລະ ຢູ່ ໃກ້ໆ ກັບຕົວເຮົາແຕ່ຄວາມເປັນຈິງແລ້ວການທີ່ເພິ່ນຫ້າມແມ່ນຍ້ອນເຫດຜົນ ທີ່ວ່າງານສົບນັ້ນເປັນງານໂສກເສົ້າ, ໄວ້ອາໄລ, ເຕັມໄປດ້ວຍຄວາມຄິດຮອດຄິດ ເຖິງຂອງຍາດພີ່ນ້ອງຜູ້ຍັງ ມີຊີວິດຢູ່ ການທີ່ເຮົາຈະໄປ ຫົວສຽງແຮງໃນງານສົບ ກໍຈະເປັນການບໍ່ໃຫ້ກຽດ ພີ່ນ້ອງ ຫຼື ບາງທີອາດຄິດ ໄປວ່າເປັນການໄປເຢາະ ເຢີ້ຍກໍເປັນໄດ້ ເຊິ່ງເປັນການ ບໍ່ສົມຄວນ.

7) ຫ້າມເອົາອາຫານ ທີ່ເປັນເສັ້ນ, ເປັນເຄືອໄປກິນ ຫຼື ເຮັດໃນງານສົບ ເພາະເຊື່ອ ວ່າຈະເຮັດໃຫ້ມີການສືບ ທອດການຕາຍໄປສູ່ຄົນອື່ນໆໃນຄອບຄົວ. ໃນຄວາມເປັນ ຈິງ ອາຫານທີ່ເປັນເສັ້ນ ໄດ້ແກ່ເຂົ້າປຸ້ນ, ໝີ່, ເຝີ ໃນ ເມື່ອກ່ອນນັ້ນບໍ່ມີຂາຍຕາມ ທ້ອງຕະຫຼາດ ຕ້ອງໄດ້ເຮັດ ເອງ ເຊິ່ງໃຊ້ເວລາດົນ ຈຶ່ງ ເປັນອາຫານທີ່ບໍ່ເໝາະສົມ ສຳລັບງານສົບທີ່ເຕັມໄປ ດ້ວຍຄວາມໂສກເສົ້າ.

8 ) ຫ້າມນໍາອາຫານ ໃນງານສົບກັບບ້ານເດັດ ຂາດ ເພາະເຊື່ອວ່າຜີຈະນຳ ໄປເອົາຄືນ. ເລື່ອງນີ້ຕ້ອງ ເຂົ້າ ໃຈເຖິງສະພາບວ່າ ງານ ສົບນັ້ນເປັນງານທີ່ທຸກຄົນ ຕ້ອງເອົາເຄື່ອງຢູ່ຂອງກິນ ຫຼື ເຂົ້າສານໄປ ຊ່ວຍຍາດ ພີ່ນ້ອງຜູ້ຍັງຢູ່ ບໍ່ແມ່ນໄປ ເອົາ ອາຫານນຳເພິ່ນມາ ກິນ. ຜູ້ຂຽນເບິ່ງເຫັນວ່າ ຜູ້ ຄິດ ຂໍ້ຫ້າມຂໍ້ນີ້ເຂົ້າໃຈເຖິງ ນິດໄສຄົນລາວທີ່ມັກເອົາ ຂອງກິນຢູ່ເຮືອນບຸນຕ່າງໆ ກັບເມືອເຮືອນຂອງຕົນເອງ ເພື່ອບໍ່ໃຫ້ເກີດກັບງານສົບ.

9) ເວລາເຜົາສົບແລ້ວ ຫ້າມຫຼຽວຫຼັງໄປເບິ່ງສົບ ເພາະເຊື່ອວ່າຈະເຮັດໃຫ້ຜູ້ ຕາຍບໍ່ໄດ້ໄປເກີດ ເຊິ່ງຂໍ້ ຫ້າມ ຂໍ້ນີ້ເປັນປິດສະໜາທຳວ່າ ດ້ວຍການຮ້ອງໄຫ້ລຳພັນ ຫາຜູ້ຕາຍນັ້ນບໍ່ມີປະໂຫຍດ ຫຍັງເຮົາຕ້ອງດຳເນີນຊີວິດ ໄປຕໍ່ແລະເປັນການເຕືອນ ວ່າ ການຕາຍບໍ່ສາມາດເອົາ ຫຍັງໄປໄດ້ ແມ່ນແຕ່ພີ່ນ້ອງ ກໍຍ່າງໜີ ດັ່ງນັ້ນ ກ່ອນຕາຍ ຄວນເຮັດດີ ທຳດີ ຈະມີຄຸນ ຄວາມດີໄວ້ໃຫ້ລູກຫຼານສືບທອດ ດັ່ງນີ້ເປັນຕົ້ນ.

ຂໍ້ຫ້າມທັງໝົດນີ້ຊາວ ລາວບູຮານຫ້າມດ້ວຍເຫດ ແລະຜົນ ແຕ່ບໍ່ມີການອະທິ ບາຍຂະຫຍາຍຄວາມພຽງ ແຕ່ເອົາຄວາມຕາຍມາອ້າງ ດັ່ງນັ້ນ ຜູ້ສຶກສາຕ້ອງທຳ ຄວາມເຂົ້າໃຈເອງ ເມື່ອຜ່ານ ຫຼາຍຟ້າຫຼາຍປີ ຫຼາຍສະໄໝ ເຮັດໃຫ້ຜູ້ບໍ່ໄດ້ສຶກສາ ບໍ່ມີ ຄວາມເຂົ້າໃຈກໍມັກເຊື່ອວ່າ ຊາວບູຮານຫ້າມບໍ່ມີເຫດຜົນ, ເວົ້າວ່າຄົນບູຮານເຊື່ອ ຖືງົມງວາຍແລະ ບໍ່ສົນໃຈ ໃຝ່ຮູ້ ບໍ່ສຶກສາໃຫ້ເຂົ້າໃຈເນື້ອ ແທ້ຂອງພູມປັນຍາ ດັ່ງນັ້ນ ທາງທີ່ດີຄົນຮຸ່ນໃໝ່ທີ່ຄິດ ວ່າມີຄວາມຮູ້ ບໍ່ງົມງວາຍ ຈົ່ງສຶກສາໃຫ້ເຂົ້າໃຈແຈ້ງ ຕໍ່ບັນຫາດັ່ງກ່າວນີ້.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *