ຂ່າວດ່ວນ! ປັບຂຶ້ນລາຄານ້ຳມັນທຸກປະເພດ ເລີ່ມປະຕິບັດ 24/06/2022 ເວລາ​ 06:00​ ໂມງ.

ອີງຕາມແຈ້ງການສະບັບເລກທີ​ 0817/ອຄ.ກຄພນ ລົງວັນທີ 23/06/2022 ​ກະຊວງອຸດສະຫະກຳແລະການຄ້າ ໃນການປັບລາຄາຂາຍຍ່ອຍນ້ຳມັນທຸກຊະນິດຂື້ນ ເລີ່ມປະຕິບັດ ວັນທີ​ 24/06/2022​ ເວລາ​ 06:00​ ໂມງ.

 

 

ນັບແຕ່ວັນທີ 1 ຫາ 21 ມິຖຸນາ 2022ນີ້ ລັດຖະບານໄດ້ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອແກ້ໄຂບັນຫາການຂາດເຂີນນໍ້າມັນເຊື້ອໄຟໃນທົ່ວປະເທດ ແລະຕອບສະໝອງຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ.


ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 23 ມິຖຸນາ 2022ວ່າ: ລັດຖະບານສາມາດແກ້ໄຂບັນຫາການຂາດເຂີນນໍ້າມັນໄດ້ໂດຍພື້ນຖານ ໂດຍນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ໃນນີ້ກາຊວນ 40 ກວ່າລ້ານລິດກວມເອົາ 75 ສ່ວນຮ້ອຍຂອງການນໍາເຂົ້ານໍ້າມັນທັງໝົດ

ມາຮອດປັດຈຸບັນເຫັນໄດ້ວ່າການບໍລິການນໍາມັນໃນເຂດຕົວເມືອງມີຄວາມຄ່ອງຕົວຫລາຍຂື້ນ ແລະຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟກະຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.

ທ່ານ ສອນໄຊ ສີພັນດອນຊີ້ໃຫ້ເຫັນຕື່ມວ່າ: ລາວເປັນປະເທດນໍາເຂົ້ານໍ້າມັນຮ້ອຍສ່ວນຮ້ອຍ ການນໍາໃຊ້ນໍ້າມັນເຊື້ອໄຟສະເລ່ຍ 100 ຫາ 120 ລ້ານລິດຕໍ່ເດືອນ ຫລືປະມານ 1.200 ລ້ານລິດຕໍ່ປີ ເມື່ອກ່ອນຊື້ນໍ້າມັນພຽງແຕ່ 600 ຫາ 700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະໜອງໄດ້ຢ່າງພຽງ ພໍກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນ

ຈາກການປັບຂື້ນລາຄານໍ້າມັນຂອງຕະ ຫລາດໂລກ 1 ໂດລາສະຫະລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ ສະນັ້ນເຮັດໃຫ້ລາວຕ້ອງການເງິນຕາ ເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງເຖິງ 1 ຕື້ 200ລ້ານໂດລາສະຫະລັດຕໍ່ປີ ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂື້ນຫລາຍເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ຊື່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາຄານທຸລະກິດ.

 

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *