ເຈ້ທິບຢືນຢັນ! “ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ ອີກຢ່າງແມ່ນເພື່ອຄວາມປອດໄພ ເພາະຖ້າຢູ່ລາວກໍອາດຈະຖືກທຳຮ້າຍຮ່າງກາຍ ສຳລັບກໍລະນີຫອບເງິນໜີ ແມ່ນຖືກໃສ່ຄວາມເຊິ່ງເງິນຈຳນວນດັ່ງກ່າວບໍ່ມີມູນຄວາມຈິງ
ເງິນຫຼາຍຂະໜາດນັ້ນແບກມາບໍ່ໄດ້ຢູ່ແລ້ວ ສັງຄົມໄດ້ໃສ່ຂ່າວໄປເອງ” ຂໍ້ຄວາມທີ່ເຈ້ທິບໃຫ້ສຳພາດກັບສື່ໄທ
(ຄລິບ 1)
(ຄລິບ2)
ຂ່າວດ່ວນ….! ເຈ້ທິບຖືກຈັບໄດ້ແລ້ວ ວັນທີ່ 29/7/22 ຕອນນີ້ຕຳຫຼວດໄທບຸກເຂົ້າຈັບເຈ້ທິບໄດ້ແລ້ວ ທີ່ບໍລິເວນ ລັງຊິດ ຄອງ5 ທີ່ປະເທດໄທ
ສຳລັບລາຍລະອຽດຕ່າງໆ, ລໍຖ້າທາງການຖະແຫຼງ ແລ້ວພວກເຮົາຈະລາຍງານໄວໆນີ້
ຕອນເຊົ້າວັນທີ 29 ກໍລະກົດ 2022 ຕຳຫຼວດໄທບຸກເຂົ້າຈັບກຸມຕົວ ເຈ້ທິບ ແມ່ຫວຍທີ່ກຳລັງເປັນປະເດັນ ເມື່ອ 1-2 ອາທິດທີ່ຜ່ານມາໄດ້ແລ້ວ ທີ່ໂຮງແຮມ ບໍລິເວນ ຣັງຊິດ ຄອງ5 ປະເທດໄທ.
ເຈ້ທິບ ໄດ້ກ່າວກັບສື່ມວນຊົນໄທ ທີ່ມາເຮັດຂ່າວວ່າ: “ເຮົາບໍ່ໄດ້ເອົາຂອງໃຜມາ ໃຜຈະເວົ້າຫຍັງກໍເວົ້າໄດ້ ທຸກຢ່າງມັນອຸປະໂຫຼກຂຶ້ນມາເອງໝົດ ຖ້າເຮົາຜິດແທ້ ເຮົາພ້ອມຈະຮັບຜິດຊອບທຸກຢ່າງ