ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023

ການປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ​ຈະມີ 2 ຄັ້ງ ຄື: ຄັ້ງທີ 1 ປັບຂຶ້ນຈາກ 1.100.000 ກີບ ຕໍ່ຄົນຕໍ່ເດືອນ ມາເປັນ 1.200.000 ກີບ ຕໍ່ຄົນຕໍ່ເດືອນ, ຫຼື ເທົ່າກັບ 46.154 ກີບ ຕໍ່ຄົນຕໍ່ວັນ, ຖ້າຄິດໄລ່ເປັນຊົ່ວໂມງເທົ່າກັບ 5.769 ກີບ ຕໍ່ຊົ່ວໂມງ ຕໍ່ ຄົນ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ສິງຫາ 2022 ຫາ ວັນທີ 30 ເມສາ 2023; ຄັ້ງທີ 2 ປັບຂຶ້ນຈາກ 1.200.000 ກີບ ຕໍ່ຄົນຕໍ່ເດືອນ ມາເປັນ 1.300.000 ກີບ ຕໍ່ຄົນຕໍ່ເດືອນ, ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ, ຖ້າຄິດໄລ່ເປັນຊົ່ວໂມງເທົ່າກັບ 6.250 ກີບ ຕໍ່ຊົ່ວໂມງຕໍ່ຄົນ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ;


ກອງ​ປະ​ຊຸມ​ເຜີຍ​ແຜ່​ແຈ້ງ​ການ​ແນະ​ນຳ ການ​ໂຄ​ສະ​ນາ ເຜີຍ​ແຜ່​ກ່ຽວ​ກັບ​ການ​ປັບ​ປຸງ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າສຸດ​ໃໝ່​ສຳ​ລັບ​ຜູ້​ອອກ​ແຮງ​ງານ ຢູ່ ສ​ປ​ປ ລາວ ທີ່​ລັດ​ຖະ​ບານ​ປະ​ກາດ​ໃຊ້ ໂດຍ​ອົງ​ການ​ກຳ​ມະ​ບານ​ລາວ ໄດ້​ຈັດຂຶ້​ນ​ໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້ ທີ່ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ອະທິລັດ ອຸດົມເດດ ຮອງຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ, ມີ​ບັນ​ດາ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ, ອົງ​ການ, ນະ​ຄອນ​ລວງວຽງ​ຈັນ, ບັນ​ດາແຂວງ, ນະ​ຄອນ,​ ເມືອງ ແລະ ກຳ​ມະ​ບານ​ຮາກ​ຖານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ.

ຈຸດ​ປະ​ສົ່ງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້: ແມ່ນເພື່ອເຜີຍແຜ່ແຈ້ງການແນະນໍາ: ການໂຄສະນາ, ເຜີຍແຜ່ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ສຳລັບຜູ້ອອກແຮງງານ ຢູ່ ສປປ ລາວ ທີ່ລັດຖະບານປະກາດໃຊ້ ເລກທີ 803/ສກລ ນະຄອນຫຼວງວຽງຈັນ, ລົງວັນທີ 25 ກໍລະກົດ 2022; ໃຫ້ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ,ບັນດາແຂວງ, ນະຄອນ, ເມືອງ, ກຳມະບານຮາກຖານ ແລະ ຜູ້ທີ່ເຂົ້າຮ່ວມ ນຳເອົາເນື້ອໃນຂອງແຈ້ງການໄປເຜີຍແຜ່ໃຫ້ສະມາຊິກກຳມະບານ, ກຳມະການ, ຜູ້ອອກແຮງງານ ແລະ ປະຊາຊົນ ເຂົ້າໃຈ; ຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານການຈັດຕັ້ງປະຕິບັດ ແຈ້ງການແນະນຳສະບັບນີ້ ໃຫ້ຂັ້ນເທິງຖັດຕົນຮັບຊາບ;

ທ່ານ ອະທິລັດ ອຸດົມເດດ ໄດ້​ເວົ້າ​ວ່າ: ​ ສຳ​ລັບເງື່ອນໄຂຂອງຜູ້ອອກແຮງງານທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ແມ່ນ: ຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ, ການບໍລິການທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະ ໃນຄົວເຮືອນ ທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມືແຮງງານ, ບໍ່ມີຄວາມຊຳນານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານ; ຕ້ອງແມ່ນຜູ້ທີ່ເຮັດວຽກ ບໍ່ເກີນ 26 ວັນ ຕໍ່ເດືອນ, 6 ວັນ ຕໍ່ອາທິດ ແລະ 8 ຊົ່ວໂມງ ຕໍ່ວັນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຂະຫຍັນ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆ

ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານ ມາຄິດໄລ່ເຂົ້າເປັນເງິນຄ່າແຮງງານຂັ້ນຕໍ່າສຸດແລະ ສຳລັບຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ວິຊາສະເພາະ ແລະ ຜູ້ທີ່ເຮັດວຽກຄົບ 9 ເດືອນ ຜູ້ໃຊ້ແຮງງານຕ້ອງຈ່າຍຄ່າແຮງງານ ຫຼື ເງິນເດືອນສູງກວ່າຄ່າແຮງງານຂັ້ນຕໍ່າສຸດ, ໃນກໍລະນີທີ່ຜູ້ໃຊ້ແຮງງານໃຫ້ຜູ້ອອກແຮງງານໄປເຮັດວຽກທີ່ເປັນອັນຕະ ລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບດ້ານແຮງງານ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ທີ່ໄດ້ລະບຸໄວ້;

ທ່ານ​ຍັງ​ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງນຳເອົາເນື້ອໃນແຈ້ງການສະບັບນີ້ນຳໄປເຜີຍແຜ່ ແລະ ໂຄສະນາ ໃຫ້ສະມາຊິກກຳມະບານ, ກຳມະ ກອນ, ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ແລະ ທັນກັບກໍານົດເວລາທີ່ໄດ້ກໍານົດໄວ້.

ຂ່າວ ແລະ ຮູບ: ບຸນ​ຕອມ
ປະຊາຊົນ

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *