ແມ່ສີຕ່າງແລະເມຢ້າເຮັດຫຍັງ?
ຈື່ງຕ້ອງຮອດຂັ້ນຂໍຂະມາພະທາດຫຼວງ?
ເກີດດຣາມ້າຫລັງຈາກເມຢ້າ ເຊເລັບດັງໄທ ແລະແມ່ສີຕ່າງມາທ່ຽວລາວ ແລະ ໄດ້ມີພຶດຕິກຳສ່ວນໜື່ງທີ່ທາງ Social Media ບອກວ່າບໍ່ເໝາະສົມທີ່ໄດ້ມີການຍົກຕີນໃສ່ປະຕູທາງເຂົ້າພະທາດຫຼວງວຽງຈັນ
ຈົນເຮັດໃຫ້ທາງ ເມຢ້າ ແລະ ແມ່ສີຕ່າງບໍ່ນີ້ງນອນໃຈແລະພ້ອມຮັບຄຳຂໍໂທດກັບການກະທຳນັ້ນຈາກໃຈ
ເຊິ່ງທາງພວກເຂົາອອກມາຂໍໂທດຕໍ່ສື່ດັ່ງນີ້
ຂ້ອຍ ສີຕາງ ແລະ ເມຢ້າ ຂໍຊີ້ແຈງກັບຮູບທີ່ບໍ່ເໝາະສົມທີ່ປະຕູວິຫານພະທາດຫຼວງປະເທດລາວ, ກາບຂໍອະໄພດ້ວຍຫົວໃຈທີ່ບໍ່ສັງລວມແລະຄິດໜ້ອຍໄປ ດ້ງຍເຈດຕະນາດຶງສາຍຕາຄົນເພາະເປັນທ່າໂພສຮິດຈາກໃນຫນັງ
ແລະທາງເຮົາເສຍໃຈຢ່າງຍິ່ງທີ່ເປັນພຶດຕິກຳດູມິ່ນສະຖານທີ່
ແລະເພື່ອເປັນການຂໍຂະມາທັງຊາວລາວແລະຊາວໄທ ຂ້ອຍແລະ ເມຢ້າຈື່ງເຫັນພ້ອມທີ່ຈະນຳເຄື່ອງສັກກະລະບູຊາ, ພ້ອມການລຳ ແລະ ການສະແດງໄປທີ່ພະທາດຫລວງອີກຄັ້ງ ເພື່ອຂໍຂະມາອົງພະທາດຫລວງແລະຫວັງວ່າຈະໄດ້ຮັບການໃຫ້ອະໄພຈາກອົງພະທາດຫລວງແລະພໍ່ແມ່ປະຊາຊົນຊາວລາວ
ກາບຂໍຂະມາ ມາຈາກໃຈຂອງຂ້ອຍ
ດ້ວຍເຈດຕະນາຢາກຊັກຊວນຄົນທົ່ວໂລກໃຫ້ຮູ້ຈັກພະທາດຫລວງຂອງປະເທດລາວທີ່ຂ້ອຍຮັກ
ຂໍຈົ່ງຮັບຄຳຂໍໂທດຈາກໃຈຂອງພວກເຮົາຄັ້ງນີ້ດ້ວຍ
ນອກຈາກຈະເປັນການຂໍຂະມາ
ທາງເຮົາເອງຍັງຈະໄດ້ເຫັນໂຊວພິເສດຂອງພວກເພິ່ນໃນໄວໆນີ້ເລີຍ