ຫຼວງພະບາງເຮັດແທ້..!! ຫາກຍັງຝືນຈະຖືກປັບໃໝ 5ແສນ ຫາ 1ລ້ານກີບ ຊູຊີຂາຍເຄື່ອງໃສ່ບາດໃຫ້ນັກທ່ອງທ່ຽວ

ໃນວັນທີ 25 ກໍລະກົດ 2022 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຫ້ອງການທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ, ໂດຍເປັນປະທານຂອງທ່ານວັນນະເດດ ພົງສຸດທິ ຫົວໜ້າຫ້ອງການບໍລິຫານພະແນກ ຖວທ, ມີຫົວໜ້າຫ້ອງການ ຖວທ ເມືອງຈອມເພັດ, ຮອງຫົວໜ້າຫ້ອງການ ຖວທ ນະຄອນຫຼວງພະບາງ, ບັນດາຫົວໜ້າຂະເເໜງການທີ່ກ່ຽວຂ້ອງ, ຕໍາຫຼວດທ່ອງທ່ຽວ, ປະທານກຸ່ມຜູ້ນຳທ່ຽວ, ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນເທດສະບານນະຄອນ ຫຼວງພະບາງ ຕະຫຼອດຮອດພະນັກງານວິຊາການຈາກຂະເເໜງຄຸ້ມຄອງການທ່ອງທ່ຽວເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ ຂອງຫ້ອງການ ຖວທ ນະຄອນ ຫຼວງພະບາງ ແລະຫ້ອງການ ຖວທ ເມືອງຈອມເພັດ, ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ພ້ອມກັນມີຄວາມຄິດຄວາມເຫັນແລກປ່ຽນກັນຫຼາຍບັນຫາ, ເພື່ອແນ່ໃສ່ຊອກຫາຊ່ອງທາງແກ້ໄຂບັນຫາຫາງສຽງສັງຄົມກໍຄືປະກົດການຫຍໍ້ທໍ້ກ່ຽວກັບຄວາມບໍ່ເປັນລະບຽບຮຽບຮ້ອຍໃນການຂາຍເຂົ້າໃສ່ບາດ ໃຫ້ນັກທ່ອງທ່ຽວໃຫ້ໝົດໄປ; ເຊິ່ງໄດ້ມີຄວາມເປັນເອກະພາບກັນ,

ສະເໜີໃຫ້ຫ້ອງການ ຖວທ ນະຄອນຫຼວງພະບາງສືບຕໍ່ເກັບກຳ ແລະສະໜອງຂໍ້ມູນຈໍານວນຜູ້ຂາຍເຂົ້າທັງໝົດ, ຈໍານວນທີ່ໄດ້ອອກບັດອະນຸຍາດຂາຍເຂົ້າ, ຈໍານວນທີ່ຍັງບໍ່ໄດ້ອອກບັດອະນຸຍາດຂາຍເຂົ້າ, ປະກອບມີຈັກໜ່ວຍ, ຈໍານວນເດັກນ້ອຍທີ່ມາເຄື່ອນໄຫວເກັບເຂົ້າໃສ່ບາດ, ມາຈາກບ້ານໃດ, ເພື່ອເປັນຂໍ້ມູນໃນການວາງມາດຕະການແກ້ໄຂໃນໄລຍະຕໍ່ໄປ,

ກອງປະຊຸມເຫັນດີໃຫ້ຜູ້ຂາຍເຂົ້າໃຫ້ນັກທ່ອງທ່ຽວໃສ່ບາດ ນັ່ງຂາຍຢູ່ບ່ອນເກົ່າ, ເວລານັກທ່ອງທ່ຽວໃສ່ບາດໝົດກໍມາຊື້ໃໝ່ດ້ວຍຕົນເອງ, ຫ້າມບໍ່ໃຫ້ຜູ້ຂາຍເຂົ້າໃສ່ບາດ ເຄື່ອນໄຫວຍັດຍອກຊູຊີຂາຍໃຫ້ນັກທ່ອງທ່ຽວດ້ວຍຄວາມບໍ່ພໍໃຈ, ເຊິ່ງທັງໝົດນັ້ນ, ກໍເພື່ອສ້າງພາບພົດຄວາມສວຍງາມປະດັບເອ້ໃຫ້ແກ່ແຫຼ່ງທ່ອງທ່ຽວທີ່ຕິດພັນກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງຕະຫຼອດໄປ.

ສ່ວນມາດຕະການໃນການແກ້ໄຂບັນຫາຫາງສຽງຂອງສັງຄົມກໍຄືປະກົດການຫຍໍ້ທໍ້ນັ້ນ, ພາກສ່ວນກ່ຽວຂ້ອງຈະໄດ້ເອົາໃຈໃສ່ສຶກສາອົບຮົມຜົນໄດ້ຜົນເສຍຂອງຄວາມບໍ່ເປັນລະບຽບຮຽບຮ້ອຍ, ການຂາຍເຄື່ອງຊະຊາຍ, ການວາງລາຄາບໍ່ສົມເຫດສົມຜົນ ແລະອື່ນໆ, ໂດຍພື້ນຖານແມ່ນເຫັນດີເປັນເອກະພາບກັບກົດລະບຽບຂອງເຈົ້ານະຄອນວາງອອກຄື:

– ລະເມີດຄັ້ງທີ່ 1 ແມ່ນສຶກສາອົບຮົມປັບໃໝ 500,000 ກີບ (ຫ້າແສນກີບ) ແລະຢຸດບໍ່ໃຫ້ຂາຍ 6 ເດືອນ
– ລະເມີດຄັ້ງທີ່ 2 ແມ່ນປັບໃໝ 1,000,000 ກີບ (ໜຶ່ງລ້ານກີບ)
– ລະເມີດຄັ້ງທີ່ 3 ແມ່ນດໍາເນີນຄະດີຕາມລະບຽບກົດໝາຍ

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *