ຂ່າວດີ !!! ແຈ້ງການ: ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ! ເລີ່ມປະຕິບັດ ວັນທີ 28 ກໍລະກົດ 2022 ເວລາ 06:00 ໂມງ ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ.
– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນແອັດຊັງພິເສດ 1.910 ກີບ/ລິດ, ລາຄານໍ້າມັນແອັດຊັງທໍາມະດາ ປັບລົງ 460 ກີບ/ລິດ.
ແລະ ລາຄານ້ຳມັນກາຊວນ ປັບລົງ 680 ກີບ/ລິດ.
ນອກຈາກນັ້ນ, ໄດ້ຕັດຄ່າຄວາມສ່ຽງອອກຈາກໂຄງສ້າງລາຄານ້ຳມັນເຊື້ອໄຟ.
ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ.