ຄົນທີ່ເກີດວັນທິດ: ໃຫ້ປູກຫວ່ານມະຫາລາດ ໄວ້ທີ່ໜ້າບ້ານໃນວັນພະຂຶ້ນ 6-15 ຄໍ່າ ພ້ອມທ່ອງຄາຖາມະຫາລາໂຖຄະ ວັນຕຸເມ 3 ຄັ້ງ ຈະມີໂຊກລາບມົງຄຸນ
ຄົນເກີດວັນຈັນ: ໃຫ້ປູກຫວ່ານ 4 ທິດ ໄວ້ທາງເຂົ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ດວງຊາຕາລາບລື່ນບໍຕົກອັບ
ຄົນທີ່ເກີດວັນອັງຄານ: ໃຫ້ປູກຫວ່ານເສດຖີເຮືອນນອກໄວ້ທີ່ໜ້າບ້ານໃນວັນອັງຄານ ຫຼື ວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໂຊກລາບ ແລະ ເງິນທອງໃຫ້ລວຍຂຶ້ນ
ຄົນທີ່ເກີດວັນພຸດ: ໃຫ້ປູກຫວ່ານສະເໜຈັນທາຂາວ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະຫັດຂຶ້ນ 3-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະເມຕາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມ ແລະ ເປັນສິລິມົງຄຸນ
ຄົນທີ່ເກີດວັນພະຫັດ: ໃຫ້ປູກຫວ່ານທໍລະນີສາດ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະ ຂຶ້ນ 3-15 ຄໍ່າ ພ້ອມກັບທ່ອງຄາຖາ ພຸດທັງ ທຳມັງ ສັງຂັງນຳໂຊກ 3 ຄັ້ງ ຈະຊ່ວຍໃຫ້ໂຊກທີ່ສົມບູນຂຶ້ນ
ຄົນທີ່ເກີດວັນສຸກ: ໃຫ້ປູກຫວ່ານ 4 ທິດ ໄວ້ໜ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມເຮັດການໃດຮຸ່ງເຮືອງລາບລື່ນ
ຄົນທີ່ເກີດວັນເສົາ: ໃຫ້ປູກຫວ່ານເສດຖີເຮືອນໃນໄວ້ບໍລິເວນໃດໜຶ່ງພາຍໃນບ້ານໃນວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ຖານະໜັ້ນຄົງລໍ່າລວຍຂຶ້ນ