ສາວໄວ 20 ປີ ຮຽນບໍ່ຈົບ ເປັນໜີ້ 300 ລ້ານ ,ສູ້ປ່ຽນແປງໂຕເອງ ຂາຍອອນລາຍ 3 ປີ ຈົນມີທຸກຢ່າງ

ສາວໄວ 17 ຮຽນບໍ່ຈົບ ເປັນໜີ້ 300 ລ້ານ, ສູ້ປ່ຽນແປງໂຕເອງ ຂາຍອອນລາຍ ພາຍໃນ 3 ປີ ມີທຸກຢ່າງ ກໍາລັງປົດໜີ້ໝົດ
ຈາກໂພສຂອງສາວຄົນງາມ Yenly Phettavanh ໂພສໄວ້ວ່າ ກວ່າຈະມາຮອດມື້ນີ້ ລົ້ມ100 ຄັ້ງ 1000 ຄັ້ງຜ່ານມາ ຫລີ້ບໍ່ເຄີຍ ຄິດທີ່ຈະຖອຍເລີຍ

ຮຽນບໍ່ຈົບ ເປັນຫນີ້ 300 ລ້ານ ຄິດວ່າຊິຫາວຽກທາງໃດຊິປົດຫນີ້ໄດ້ນອກຈາກ ມາຂາຍອອນລາຍ ແມ່ນບໍ
ເສຍເວລາອ່ານກ່ອນ ຈາກເດັກນ້ອຍ17ປີ, ມີຫນີ້2-300.000.000ກີບ Yenly ແມ່ຄ້າຢານວດພັນລ້ານ
ຢາກບອກວ່າ ຄວາມສຳເຫລັດບໍ່ຈຳເປັນ ຈຳກັດອາຍຸ ອາຍຸ13-14ປີຫລີ້ ຂາຍເສື້ອຜ້າ ກຳໄລພໍຈ່າຍກິນກຸ້ມມື້ ບໍ່ມີເປົ້າຫມາຍ

15ປີຫລີ້ ສ້າງແບຮນຄີມ ຈົ່ມທຸນ ຂາຍບໍ່ເປັນບໍ່ຮູ້ຊ່ອງທາງ ວິທີຂາຍ
16ປີຫລີ້ ສ້າງແບຮນຄີມ ເຈັ້ງ ເປັນຫນີ້
17ປີຫລີ້ ຜະລິດເສື້ອຜ້າ ຖືກໂກງ ເປັນຫນີ້200-300ລ້ານກີບ

18ປີຫລີ້ ສ້າງແບຮນ ສະບູ່ ເປັນຫນີ້ ເພາະ ບໍ່ມີຄວາມຮູ້ ແລະ ຂາຍເຄື່ອງທົ່ວໄປ ແບບບໍ່ມີເປົ້າຫມາຍ (ເລາະຫລິ້ນກິນເບຍຟູມເຟື່ອຍ ນອນເດິກຕື່ນສວຍ ເລາະເດິກ ກັບແຈ້ງ) ຫນີ້ຖ້ວມຫົວ
19ປີຫລີ້ ບໍ່ໄຫວແລ້ວພາລະໂຄດຫລາຍ ມີຫນີ້ທີ່ຕ້ອງຮັບຜິດຊອບ ແລະ ມີຄອບຄົວທີ່ຕ້ອງໄດ້ດູແລ ຫາເອງມາທັ້ງຊີວິດ ເຈັບມາ 10000 ຄັ້ງ


ຄົນທີ່ຮູ້ຈັກຫລີ້ອາດຈະຮູ້ວ່າ ຖານະຄອບຄົວບໍ່ມີ ຮອດຈຸດບໍ່ໄຫວແລ້ວ ເລິຍຕັດສິນໃຈສູ້
ປ່ຽນແປງທຸກຢ່າງຈາກທີ່ຕື່ນ 2 ໂມງສວຍ ບັງຄັບໂຕເອງຕື່ນ6ໂມງເຊົ້າ ອັດຄິບ ຖ່າຍຮູບ ຈົດອໍເດີ້ ແພັກເຄື່ອງເອງ ສົ່ງເອງ
ຫລຸດຜ່ອນ ເຫລົ້າເບຍ,ຫລິ້ນກິນ, ປາຕີ້ (ຜ່ອນບໍ່ແມ່ນເຊົາເລີຍ )


ມື້ແລກອາດຈະຍາກ ເຮັດທຸກມື້ສະຫມຳ່ສະເຫມີ ເຮັດທັ້ງທີຂີ້ຄ້ານ ແຕ່ຕ້ອງເຮັດ ແລະແລ້ວ ເວລາຜ່ານໄປ 1-2ເດືອນ ມັນຈະເປັນແຄເລື່ອງທຳມະດາ ມັນຈະປັບໄປໃນໂຕໂດຍອັດຕະໂນມັດເອງ
ຕອນນີ້ ຫລີ້ ອາຍຸ 20ປີ ໄດ້ ແລະ ທຸລະກິດສ່ວນໂຕ Captian Express ສາຂາດອນກອຍ ຮັບສັ່ງສິນຄ້າຈາກໄທແລະຈີນຟີ
ທຸກຢ່າງສ້າງເອງ ນ້ຳພັກນ້ຳແຮງໂຕເອງ ຈາກເງິນໂຕເອງ ທີ່ຂາຍອອນລາຍ ບໍ່ເຄີຍຂໍພໍ່ແມ່ ແລະ ຜູ້ຊາຍທາງໃດ ນະຈະຢ້ຳ ຍາມໃດກະຫາວ່າ ມີປ໋າລ້ຽງ ຫນີໄປ

ເປົ້າຫມາຍຕໍ່ໄປ ກຽມ ປົດຫນີ້ໃຫ້ຫມົດ ແລະ ຈຸດຈຸດຈຸດ
(ຫນີ້200-300ລ້ານໃກ້ຊິຫມົດແລ້ວ ອົດທົນເດີ ເຈົ້າຫນີ້ ເຫັນໂພດນີ້ຢ່ານຳຫນີ້ເດີໂອນໃຊ້ທຸກທິດຢູ່ ແຮະ ຂອບໃຈທີ່ໃຫ້ໂອກາດຫລີ້ເດີ)
(ທຸກຄົນມີອະດີດທີ່ບໍ່ດີ ແກ້ໄຂປັນຫາໃນສິ່ງທີ່ເຮັດຜິດແລະຜິດພາດ ໃຫ້ໂອກາດໂຕເອງ
ສຳລັບຂ້ອຍຖິ້ມໄວ້ຂ້າງຫລັງຫມົດ ທຸກມື້ນີ້ ຄິດດີ ເຮັດດີສ້າງແຕ່ຄວາມດີ ຮູ້ແບ່ງປັນເພື່ອແຜ່

ໂຟກັດປັດຈຸບັນໃຫ້ດີທີ່ສຸດ ທຸກຢ່າງປ່ຽນແປງໄດ້ ຢູ່ທີ່ໂຕເຮົາເອງ ທີ່ຈະກ້າຕັດສິນໃຈປ່ຽນ ໃຈຕ້ອງກ້າ ໃຈຕ້ອງເຂັ້ມແຂງ ຕ້ອງໃຊ້ຄວາມອົດທົນສູງ
(ຢ່າຝາກຊີວີດໄວ້ທີ່ ຄຳເວົ້າ ຂອງຄົນອື່ນ ເພາະສຸດທ້າຍແລ້ວ ເຮົາຄົນດຽວທີ່ຕ້ອງ ຟັງຫົວໃຈໂຕເອງ ເພິ່ງພາໂຕເອງ ໃນທີ່ສຸດ)
ສຸດທ້າຍນີ້ ໃຜທີ່ທໍ້ ຫລີ້ຢາກບອກວ່າ ລຸກຂື້ນສູ້ ຕັ້ງໃຈ ແລະ ອົດທົນ ຫາຄວາມຮູ້ເລື້ອຍໆ ມື້ຫນຶ່ງມັນຈະເປັນຂອງເຮົາເອງບໍ່ໄວກໍຊ້າ (ແຕ່ຢ່າຊ້າເກີນໄປ )

ໃນເມື່ອເຮົາບໍ່ລົ້ມເລີກ ຂ້ອຍເຊື່ອໂຕເອງສະເຫມີ ວ່າ ຂ້ອຍເຮັດໄດ້ແນ່ນອນ ລົ້ມ 10000 ຄັ້ງ ແຕ່ບໍ່ເຄີຍຄິດລົ້ມເລີກ ໃຈໂຄດດື້
ຂອບໃຈຄົນທີ່ຊັດພອດແລະຢູ່ຂ້າງໆໃນມື້ທີ່ຂ້ອຍລົ້ມທຸກຄົນຂ້ອຍຈະບໍ່ລືມບຸນຄຸນໃນມື້ທີ່ຂ້ອຍເຕີບໂຕ

ຈາກ: Yenly Phettavanh

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *